ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັນດາເຫຼົ່າຮົບຕ່າງໆ ສຸມທຸກກຳລັງ ເຂົ້າໃນການຊ້ອມຮົບ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-13 08:41:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ເພື່ອຮັບປະກັນໃຫ້ແກ່ການ ສະຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຄຶກຄື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມ ສໍາຄັນ ບັນດາເຫຼົ່າຮົບກອງທັບ ປະຊາຊົນລາວໄດ້ພ້ອມກັນຕັ້ງ ໜ້າຈັດຕັ້ງຊ້ອມຮົບປະສານເຫຼົ່າ ສອງຂັ້ນຝ່າຍດຽວຍິງລູກປືນແທ້ຢ່າງເປັນຂະບວນຟົດຟື້ນແຂງ ແຮງ. ສະຫາຍ ພັນໂທ ກາທະວີໄຊ ລໍວັນຮຽນ ຫົວໜ້າພະແນກປືນ ໃຫຍ່ໜ້າດິນກອງພັນ 631 ກອງ ພົນທີ1, ຮອງຫົວໜ້າຄະນະຊີ້ນຳ ລວມການຊ້ອມຮົບປະສານເຫຼົ່າ ສອງຂັ້ນຝ່າຍດຽວຍິງລູກປືນ ແທ້ຂອງ ເຫຼົ່າຮົບປືນໃຫຍ່ໜ້າດີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສື ພິມກອງທັບ ໃນວັນທີ 11 ມັງກອນ 2022 ນີ້ ວ່າ: ພາຍຫຼັງໄດ້ຮັບຄຳ ສັ່ງ ກໍຄືແຜນການອົບຮົມ-ຫັດ ແອບຂອງກົມອົບຮົມ ກົມໃຫຍ່ເສ ນາທິການກອງທັບ, ຄະນະພວກ ເຮົາກໍໄດ້ຈັດຕັ້ງປະຕິບັດແບ່ງ ໜ້າວຽກໃຫ້ແຕ່ລະພາກສ່ວນ ຢ່າງລະອຽດ ໂດຍສະເພາະແມ່ນ ໄດ້ຄັດເລືອກບຸກຄະລາກອນ ແລະ ໄດ້ຈັດລຽງລຳດັບຕາມຄວາມ ເໝາະສົມພ້ອມທັງໄດ້ຈັດແບ່ງ ໜ້າ ທີ່ ໃຫ້ແຕ່ລະພາກສ່ວນຢ່າງລະ ອຽດ. ພາຍຫຼັງໄດ້ຮັບຄຳສັ່ງຈາກ ຂັ້ນເທິງໃຫ້ເຂົ້າສູ່ເຂດເຕົ້າໂຮມ ເພື່ອຫັດແອບຊ້ອມຮົບພວກເຮົາກໍ ໄດ້ກະກຽມບັນດາແຜນການ, ພາ ຫະນະ-ວັດຖຸອຸປະກອນຕ່າງໆ ເຄື່ອນທັບ ເຂົ້າສູ່ຈຸດທີ່ຕັ້ງຕາມທີ່ ຂັ້ນເທິງກຳນົດ. ສ່ວນວິຊາການຫັດ ແອບແມ່ນໄດ້ທົບທວນຄືນບັນດາ ບົດຮຽນທີ່ໄດ້ຮຽນຢູ່ໃນກົມກອງ ຜ່ານມາທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງເພື່ອຮັບປະ ກັນໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 73 ປີ ທີ່ ຈະມາເຖິງ ນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ສັງລວມແລ້ວນັບແຕ່ພວກເຮົາ ເລີ່ມກະກຽມມາຮອດປັດຈຸບັນ ບັນດາເຫຼົ່າຮົບຕ່າງໆ ເວົ້າລວມ, ເວົ້າສະພາະເຫຼົ່າຮົບປືນໃຫຍ່ໜ້າ ດິນແມ່ນມີຄວາມພ້ອມ 100%. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ