ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

WHO ເຕືອນໃຫ້ທົ່ວໂລກທົບທວນຄືນວິທີການຮັບມືກັບພະຍາດໂຄວິດ-19
ເວລາອອກຂ່າວ: 2021-12-15 11:16:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 765 | ຄວາມນິຍົມ:



ສຳນັກຂ່າວ Reuters ລາຍງານໃນວັນທີ 13 ທັນວານີ້ວ່າ, ອົງການອະນາໄມໂລກ (WHO) ໄດ້ອອກມາເຕືອນໃຫ້ແຕ່ລະປະເທດໃນທົ່ວໂລກທົບທວນຄືນວິທີການຮັບມືກັບພະຍາດໂຄວິດ-19 ແລະ ເລັ່ງສັກວັກຊີນເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດພະຍາດໂຄວິດ-19 ສາຍພັນ ໂອໄມຄອນ ແຜ່ລາມອອກໄປ. ຜູ້ອຳນວຍການໃຫຍ່ WHO ກ່າວວ່າເຊື້ອພະຍາດພະຍາດໂຄວິດ-19 ສາຍພັນ ໂອໄມຄອນ ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ທົ່ວໂລກ ແລະ ຈະເປັນການດີຖ້າເຮົາສາມາດຄວມຄຸມມັນໄດ້ໄວເທົ່າທີ່ຈະໄວໄດ້ດ້ວຍການສັກວັກຊີນປ້ອງກັນພະຍາດໂຄວິດ-19. WHO ສັງເກດເຫັນຫຼັກຖານເບື້ອງຕົ້ນຊີ້ໃຫ້ເຫັນວ່າຢາວັກຊີນ ໄຟເຊີ ແມ່ນມີປະສິດຕິຜົນໃນການຕ້ານພະຍາດໂຄວິດ-19 ສາຍພັນ ໂອໄມຄອນ ໄດ້. ພ້ອມທັງຮຽກຮ້ອງໃຫ້ທຸກໆປະເທດເພີ່ມທະວີການເຝົ້າລະວັງ, ເພາະຍ້ອນຄວາມປະມາດຈະເຮັດໃຫ້ຫຼາຍຄົນຕິດເຊື້ອ ແລະ ເສຍຊີວິດເນື່ອງຈາກໂຄວິດ-19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ