ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈີນຈັດການແຂ່ງຂັນປັນຍາປະດິດແລະຫຸ່ນຍົນເພື່ອຍົກລະດັບຄວາມສາມາດຂອງຄົນລຸ້ນໃໝ່
ເວລາອອກຂ່າວ: 2021-12-15 11:15:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239838898 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ່ຮູ້ວ່າ: ວັນທີ 11 ທັນວາຜ່ານມານີ້, ຈີນໄດ້ຈັດການແຂ່ງຂັນປັນຍາປະດິດແລະຫຸ່ນຍົນຄັ້ງທີ 23 ຂຶ້ນຢູ່ນະຄອນຈຸ່ງກິ່ງຂອງຈີນ, ໂດຍມີທີມເຂົ້າຮ່ວມການແຂ່ງຂັນຈາກທົ່ວປະເທດຈີນ 1 ພັນກວ່າທີມ. ໃນການແຂ່ງຂັນດັ່ງກ່າວ, ແຕ່ລະທີມໄດ້ນໍາເອົາເຕັກນິກ ແລະ ຂັ້ນຕອນການປະຢຸກຂອງຫຸ່ນຍົນທີ່ນຳໜ້າທີ່ສຸດເຂົ້າຮ່ວມການແຂ່ງຂັນທາງອອນລາຍແລະອັອຟລາຍ. ການແຂ່ງຂັນປັນຍາປະດິດແລະຫຸ່ນຍົນຈີນແມ່ນການແຂ່ງຂັນວິຊາການໃນຂອບເຂດທົ່ວປະເທດຈີນທີ່ມີປະຫວັດຍາວນານ ແລະ ອິດທິພົນອັນກວ້າງຂວາງລາຍການໜຶ່ງ, ຈົນມາຮອດປັດຈຸບັນໄດ້ຈັດຂຶ້ນເປັນ 22 ຄັ້ງແລ້ວ. ຂະໜາດຂອງການແຂ່ງຂັນໃນປີນີ້ໄດ້ເພີ່ມຂຶ້ນຕື່ມອີກເມື່ອທຽບກັບປີຜ່ານມາ, ລາຍການແຂ່ງຂັນລວມທັງ 13 ປະເພດນ້ອຍໃນ 3 ປະເພດໃຫຍ່ຄື: ການປະດິດສ້າງໃໝ່, ການແຂ່ງຂັນເຕັກນິກ ແລະ ຂັ້ນຕອນການປະຢຸກ ໂດຍຫຸ່ນຍົນທີ່ມີຫຼາຍຮູບແບບແລະໃນຂົງເຂດການປະຢຸກໄດ້ກວມເຖິງຫຸ່ນຍົນຮູບມະນຸດ, ຫຸ່ນຍົນມີລໍ້, ຫຸ່ນຍົນຫຼາຍຂາ, ຫຸ່ນຍົນກະສິກຳອັດສະລິຍະ, ກຸ່ມຫຸ່ນຍົນທີ່ປະສານສົມທົບກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ