ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເດັກນ້ອຍຫຼາຍລ້ານຄົນໃນທົ່ວໂລກຕ້ອງອຶດຫີວ ຍ້ອນໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງ
ເວລາອອກຂ່າວ: 2021-12-10 12:40:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 570 | ຄວາມນິຍົມ:



ສໍານັກຂ່າວຊິນຮວາລາຍ ງານ ໃນວັນທີ 9 ທັນວາ ນີ້ວ່າ: ອົງການຢູນິເຊບ (UNICEF) ໄດ້ ປະກາດຂໍລະດົມທຶນສຸກເສີນສູງ ເປັນປະຫວັດສາດຈໍານວນ 9,4 ພັນລ້ານໂດລາ ເຊິ່ງເພີ່ມຂຶ້ນ 31% ເມື່ອທຽບກັບປີຜ່ານມາ ເພື່ອນໍາ ໄປຊ່ວຍເຫຼືອປະຊາຊົນທົ່ວໂລກ ຫຼາຍກວ່າ 327 ລ້ານຄົນ ລວມ ໄປເຖິງ 177 ລ້ານຄົນ ທີ່ໄດ້ຮັບ ຜົນກະທົບຈາກວິກິດທາງມະ ນຸດສະທໍາ ແລະ ການລະບາດ ຂອງພະຍາດ ໂຄວິດ-19. ທ່ານນາງ ເຮັນຣີ ຕາໂຟ ຫົວ ໜ້າໜ່ວຍງານດ້ານການບໍລິຫານ ຂອງອົງການຢູນິເຊບ ກ່າວວ່າ: ເດັກນ້ອຍຫຼາຍລ້ານຄົນໃນທົ່ວ ໂລກຕ້ອງອຶດຫີວຍ້ອນໄດ້ຮັບ ຜົນກະທົບຈາກຄວາມຂັດແຍ້ງ, ດ້ານການປ່ຽນແປງຂອງສະ ພາບອາກາດ ພ້ອມນັ້ນ, ຍັງໄດ້ ຮັບຜົນກະທົບຈາກການລະບາດ ຂອງພະຍາດ ໂຄວິດ-19 ກ້າວ ເຂົ້າສູ່ປີທີ 3 ແລ້ວ. ສະພາບ ຄວາມເປັນຢູ່ຂອງເດັກນ້ອຍເຫຼົ່າ ນັ້ນຍິ່ງຂາດເຂີນລົງ ອັນເນື່ອງ ຈາກບັນຫາເສດຖະກິດບໍ່ມີສະ ຖຽນລະພາບ, ຄວາມທຸກຍາກ ແລະ ຄວາມບໍ່ເທົ່າທຽບທີ່ເພີ່ມຂຶ້ນ ເດັກນ້ອຍທີ່ຕົກຢູ່ໃນພາວະວິກິດເປັນກຸ່ມຄົນທີ່ໄດ້ຮັບຜົນກະທົບ ຮຸນແຮງທີ່ສຸດ ແລະ ພວກເຂົາເຈົ້າ ກໍຕ້ອງການຄວາມຊ່ວຍເຫຼືອຢ່າງ ໄວວາ. ການລະດົມທຶນໃນເບື້ອງຕົ້ນ ຄວບຄຸມເງິນ 2.000 ລ້ານໂດລາ ສະຫະລັດ ເພື່ອຮັບມືກັບສະຖານະ ການໃນອາຟະການິດສະຖານ ທີ່ ມີເດັກນ້ອຍຕ້ອງການຄວາມຊ່ວຍ ເຫຼືອດ້ານມະນຸດສະທໍາຢ່າງຮີບ ດ່ວນປະມານ 13 ລ້ານຄົນ ເຊິ່ງ ໃນຈໍານວນນີ້ມີເດັກນ້ອຍທີ່ຂາດສານອາຫານ 1 ລ້ານຄົນ. ໂດຍ ການລະດົມທຶນໃຫ້ປະເທດອາ ຟະການິດສະຖານ ເປັນການລະ ດົມທຶນສໍາລັບປະເທດດຽວຂອງ ອົງການທີ່ມີມູນຄ່າສູງເປັນປະ ຫວັດສາດ. ສ່ວນການລະດົມທຶນ 933 ລ້ານໂດລາສະຫະລັດ ຈະ ຖືກຈັດສົ່ງໄປຍັງໂຄງການສົ່ງ ເສີມການເຂົ້າເຖິງອຸປະກອນການ ແພດເພື່ອນໍາໄປຕໍ່ສູ້ກັບພະຍາດ ອັນເປັນປະຕິບັດການລະດັບໂລກ ເນັ້ນໜັກການພັດທະນາ ການຜະ ລິດ ແລະ ການກວດຫາເຊື້ອ, ການ ປິ່ນປົ່ວ ແລະ ສັກວັກຊີນປ້ອງກັນ ແບບເທົ່າທຽບກັນ. ນອກຈາກນັ້ນ, ອົງການຍັງ ໄດ້ລະດົມທຶນເພື່ອແກ້ໄຂວິກິດ ຜູ້ລີ້ໄພຊາວຊີຣີ ໃນຈໍານວນເງິນ 909 ລ້ານໂດລາສະຫະລັດ ແກ້ ໄຂພາຍໃນຊີຣີ 334 ລ້ານໂດລາ ສະຫະລັດ, ໃນເຢເມນອີກ 484 ລ້ານໂດລາສະຫະລັດ ແລະ ກົງ ໂກອີກຫຼາຍກວ່າ 356 ລ້ານໂດ ລາສະຫະລັດ. ພ້ອມນັ້ນ, ຍັງລະ ດົມທຶນ 351 ລ້ານໂດລາສະຫະ ລັດ ເພື່ອຊ່ວຍເຫຼືອປະຊາຊົນໃນ ເອທີໂອປີ ເຊິ່ງມີເດັກນ້ອຍຕ້ອງ ການຄວາມຊ່ວຍເຫຼືອປະມານ 15,6 ລ້ານຄົນ ແລະ ເດັກນ້ອຍຫຼາຍແສນຄົນຕ້ອງພັດຖິ່ນເພາະການຕໍ່ສູ້ຄັ້ງຮຸນແຮງທາງພາກ ເໜືອຂອງປະເທດດັ່ງກ່າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ