ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທັດສະນະແຟນບານຕໍ່ການຫຼິ້ນຂອງ ທີມຊາດລາວໃນລາຍການ ຊູຊຸກິ ຄັບ
ເວລາອອກຂ່າວ: 2021-12-10 12:38:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:



ຫຼັງຈາກທີ່ທີມຊາດລາວຊຸດ ໃຫຍ່ ໄດ້ລົງສະໜາມພົບກັບທີມ ຊາດຫວຽດນາມໃນນັດທຳອິດ ຂອງການແຂ່ງຂັນລາຍການ ຊຸຊຸກິ ຄັບ ທີ່ປະເທດສິງກະໂປ, ເຊິ່ງຜົນທີ່ອອກມາຫຼາຍທ່ານ ອາດຈະຮູ້ແລ້ວ ແລະ ກໍມີຫຼາຍຄົນ ໄດ້ອອກມາຕຳນິ ເຖິງລະບົບການຫຼີ້ນຕ່າງໆທີ່ຄູເຝິກກຽມການມາ, ກໍຄືລະບົບຕ້ານເຕັມຕົວຄື 1-5-4-1, ເຊິ່ງເປັນລະບົບທີ່ດີ ແຕ່ທຸກ ຢ່າງມັນບໍ່ເປັນໄປຕາມລະບົບ,ຈົນເກີດສຽງວິພາກວິຈານເຖິງ ການເຮັດວຽກຂອງທີມງານຄູ ເຝີກ. ສະຖິຕິສະເລ່ຍ 90 ນາທີ, ທີມຊາດລາວ ສາມາດຄອງ ບານໄດ້ພຽງແຕ່ 30%, ໃນເວລາ ຄອບຄອງບານ ທັງກອງຫຼັງ ແລະ ກອງກາງ ຈະເສຍການຄອບ ຄອງບານໄວ, ອີກດ້ານໜຶ່ງ ໄດ້ ບານ ມີແຕ່ໂຍນບານຍາວໂດ່ງ ໄປຫາບິນລີ້ ເຊິ່ງແນ່ນອນບານ ລູກກາງອາກາດບິນລີ້ ກະບໍ່ສາ ມາດຄອບຄອງບານ ໄດ້ມີແຕ່ຖືກ ຫົວກອງຫຼັງຫວຽດນາມ ໃນພາ ສາເຕະບານເອີ້ນວ່າ “ ເຕະບານ ໃສ່ຝາ ກັບມາຄືນໃສ່ຕົນເອງ “, ໃນນີ້ ກອງກາງລາວເຮົາກະບໍ່ ສາມາດເກັບບານແຖວສອງໄດ້, ສຸດທ້າຍກໍ່ກາຍເປັນແບບລັກ ສະນະລິງຍາດບານ. ຫຼ້າສຸດ ທ່ານ ເຊວາໄຣ ເວັນກາດາຣາມ ຄູເຝິກທີມຊາດ ລາວ ໄດ້ກ່າວວ່າ: ພວກເຮົາຈະມີການປັບປຸງການຫຼິ້ນໃຫ້ດີຂຶ້ນ, ອາດຈະມີເກມບຸກທີ່ຫຼາຍຂຶ້ນ ແລະ ຂໍໄປພິສູດໃນເກມຕໍ່ໄປ. ນັດຜ່ານມາຂ້ອຍຮູ້ດີວ່າສັກກະ ຍະພາບ ນັກກິລາຂອງຂ້ອຍເປັນ ແນວໃດ, ຂ້ອຍໄດ້ກິນ ໄດ້ນອນ ແລະ ຮ່ວມເຝິກຊ້ອມນຳເຂົາ ເຈົ້າ ຂ້ອຍຮູ້ວ່າຈະຕ້ອງວາງເກມ ແນວໃດພວກທ່ານຈະຮັບໄດ້ ຫຼື ບໍ່ກະບໍ່ເປັນຫຍັງ, ສ່ວນອາ ການບາດເຈັບຂໍ້ຕີນຂອງ ບິນລີ້ ເກດແກ້ວ ພົມພອນ ຄາດວ່າຈະ ຫາຍທັນກັບມາຊ່ວຍທີມໄດ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ