ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 414 ປິດຂະບວນການແຂ່ງຂັນກີລາມວນຊົນ
ເວລາອອກຂ່າວ: 2021-12-10 12:34:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 85 | ຄວາມນິຍົມ:



ວັນທີ 2 ທັນວານີ້ ກອງພັນ 414 ທະຫານແຂວງຫຼວງພະ ບາງ ໄດ້ຈັດພິທີປິດຂະບວນການ ແຂ່ງຂັນກີລາມວນຊົນພາຍໃນ ກົມກອງ ເນື່ອງໃນໂອກາດສ້າງ ຂະບວນການຂໍ່ານັບຮັບຕ້ອນວັນ ຊາດ ທີ 2 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ແລະ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 73 ປີ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ບຸນລຽນ ພຸດສະດີ ຫົວໜ້າການ ທະຫານກອງພັນ 414, ມີຄະ ນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບ ແລະ ນັກກີລາເຂົ້າ ຮ່ວມ. ສະຫາຍ ຮ້ອຍໂທ ເປີ ຍອດ ຄໍາໄລ ຜູ້ຮັບຜິດຊອບວຽກງານ ອົບຮົມກອງພັນໄດ້ສະຫຼຸບສັງ ລວມຜົນຂອງການແຂ່ງຂັນກີລາ ທົ່ວກອງພັນ ເຊິ່ງລາຍລະອຽດ ມີຄື: ກີລາເປຕັງອາວຸໂສ ທີ I ທີມສໍານັກງານກອງພັນ, ທີ II ທີມຊາວໜຸ່ມ-ແມ່ຍິງສໍານັກງານ ກອງພັນ, ທີ III ທີມຊາວໜຸ່ມ-ແມ່ຍິງໂຄງການ 0173; ກີລາ ບານສົ່ງອາວຸໂສ ທີ I ທີມກອງ ຮ້ອຍ 2, ທີ II ທີມກອງຮ້ອຍ 1, ທີ III ທີມສໍານັກງານກອງພັນ; ກີລາບານສົ່ງຊາວໜຸ່ມ ທີ I ທີມ ກອງຮ້ອຍ 1, ທີ II ທີມຊາວໜຸ່ມ ກອງຮ້ອຍ 3; ກີລາເຕະບານອາ ວຸໂສ ທີ I ທີມກອງຮ້ອຍ 2, ທີ II ທີມສໍານັກງານກອງພັນ ແລະ ກີລາເຕະບານຊາວໜຸ່ມ ທີ I ທີມ ສໍານັກງານກອງພັນ, ທີ II ທີມ ຊາວໜຸ່ມບ້ານນາເມືອງ. ຈາກ ນັ້ນ, ກໍໄດ້ມອບຂອງຂວັນລາງ ວັນຕ່າງໆໃຫ້ທີມທີ່ຊະນະແຕ່ລະ ປະເພດກີລາຢ່າງສົມກຽດ. ສະຫາຍຫົວໜ້າການທະຫານ ກອງພັນ 414 ໄດ້ກ່າວວ່າ: ການ ແຂ່ງຂັນກີລາມວນຊົນຄັ້ງນີ້, ນອກຈາກໄດ້ສ້າງບັນຍາກາດ ຟົດຟື້ນເພື່ອຂໍ່ານັບຮັບຕ້ອນວັນ ສໍາຄັນຕ່າງໆແລ້ວ, ຍັງສ້າງໄດ້ ຄວາມສາມັກຄີ ເຊິ່ງກັນ ແລະ ກັນ ລະຫວ່າງ ພະນັກງານ-ນັກ ຮົບ, ທັງເຮັດໃຫ້ສຸຂະພາບແຂງ ແຮງ, ອີກດ້ານໜຶ່ງກໍເພື່ອຖອດ ຖອນບົດຮຽນປະສົບການໃນ ການຫຼິ້ນກີລາໃຫ້ມີການພັດທະ ນາດີຂຶ້ນ, ທັງເປັນການຄັດເລືອກ ເອົານັກກີລາຜູ້ທີ່ມີທັກສະການ ຫຼິ້ນກີລາດີເດັ່ນປະກອບເຂົ້າໃສ່ ທີມນັກກີລາຂອງກອງພັນ ເພື່ອ ກະກຽມສົ່ງເຂົ້າຮ່ວມແຂ່ງຂັນກີລາທີ່ຂັ້ນເທິງຈັດຂຶ້ນ. ໂດຍ:ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ