ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີມເທນນິດຣັດເຊຍ ໄດ້ແຊັມເດວິດຄັບໄປຄອງ ເປັນສະໄໝທີ 3 ສໍາເລັດ
ເວລາອອກຂ່າວ: 2021-12-09 11:05:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ການແຂ່ງຂັນລາຍການເທນ ນິດທີມຊາຍຊີງແຊັມໂລກ ເດວິດ ຄັບ ໄຟນໍ 2021 ຮອບຊີງຊະນະ ເລີດ ທີ່ນະຄອນຫຼວງມາຣິດ ປະ ເທດແອັດສະປາຍ ເມື່ອຕົ້ນອາທິດ ຜ່ານມາ ທີມສະຫະພັນເທນນິດ ຣັດເຊຍ ສະແດງຜົນງານໄດ້ຢ່າງ ໂດດເດັ່ນ ສາມາດເອົາຊະນະທີມ ເທນນິດ ກຣົວຊີ ໄດ້ສໍາເລັດ 2-0 ເຊັດ ຄູ່ປະສົມໄດ້ແຊັມໄປຄອງ ສໍາເລັດເປັນສະໄໝທີ 3. ທີມຣັດເຊຍຂຶ້ນນໍາກ່ອນ 1-0 ເຊັດຈາກຜົນງານຂອງ ອັງເດ ຣູ ເບຟ ທີ່ຕີໄລ່ພວງເອົາຊະນະ ບໍນາ ໂກໂຍ ຂອງກຣົວຊີ ໄດ້ສະບາຍ 2 ເຊັດລວດ 6-4, 7-6 (7-5) ໃນປະເພດຊາຍດຽວຄູ່ທໍາອິດ ກ່ອນທີ່ ດານີວ ເມດເວເດຟ ນັກ ເທນນິດ ມື 2 ຂອງໂລກ ຊະນະ ມາຣິນ ຊີລິ 2 ເຊັດ 7-6 (9-7), 6-2 ໃນການແຂ່ງຂັນປະເພດ ຊາຍດ່ຽວຄູ່ທີ 2 ຊ່ວຍໃຫ້ຣັດເຊຍ ຊະນະໄປແບບຂາດລອຍ 2-0 ເຊັດ ໂດຍບໍ່ຕ້ອງໄປລຸ້ນຕໍ່ໃນປະ ເພດຊາຍຄູ່ອີກ. ນອກຈາກນີ້, ການໄດ້ແຊັມ ເດວິດ ຄັບ ໄຟນອລ 2021 ຍັງ ເຮັດໃຫ້ຣັດເຊຍ ກາຍເປັນຊາດທີ 4 ສາມາດໄດ້ແຊັມທັງ ເດວິດ ຄັບ ແລະ ບິລລີ ຈີນ ຄິງຄັບ ການ ແຂ່ງຂັນປະເພດທີມຍິງມາຄອງ ໄດ້ໃນປີດຽວກັນອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ