ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສຸມໃສ່ປັບປຸງກໍ່ສ້າງກົມກອງຮາກຖານໃຫ້ມີຄວາມແໜ້ນໜາຖາວອນ
ເວລາອອກຂ່າວ: 2021-12-09 10:57:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 310 | ຄວາມນິຍົມ:



ປະຕິບັດຕາມທິດນໍາເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ໃນການ ປັບປຸງກໍ່ສ້າງກອງທັບໃຫ້ມີແບບ ແຜນ ແລະ ທັນສະໄໝ, ກອງບັນ ຊາການທະຫານແຂວງຄໍາມ່ວນ ແມ່ນກໍາລັງປະກອບອາວຸດທ້ອງ ຖິ່ນໜຶ່ງທີ່ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານການຈັດຕັ້ງ, ໄລຍະຜ່ານມາ, ຄະນະພັກ-ຄະ ນະບັນຊາທະຫານແຂວງຄໍາມ່ວນ ໄດ້ເອົາໃຈໃສ່ຍົກສູງປັບປຸງການ ກໍ່ສ້າງສະຖານທີ່ຄ້າຍຄູ, ລະບົບ ສໍານັກງານຫ້ອງການ ແລະ ສາ ທາລະນຸປະໂພກຕ່າງໆໃຫ້ເຂົ້າສູ່ ລະບົບແໜ້ນໜາຖາວອນຕາມ ແບບວັດທະນະທໍາຂຶ້ນເປັນ ກ້າວໆ, ຍ້ອນວ່າເປັນໄຈສຳຄັນຕໍ່ ການດຳລົງຊີວິດ ແລະ ການເຄື່ອນ ໄຫວປະຕິບັດໜ້າທີ່ຂອງພະນັກ ງານ-ນັກຮົບ ທັງສົ່ງຜົນກະທົບ ໂດຍກົງຕໍ່ລະບົບແນວຄິດຂອງ ໝົດທຸກຄົນ ໃຫ້ມີຄວາມອຸ່ນອຽນ ທຸ່ນທ່ຽງ ບຸກບືນຫ້າວຫັນເຮັດ ສຳເລັດໜ້າທີ່ການເມືອງຂອງ ແຕ່ລະດ້ານທີ່ໄດ້ຮັບມອບໝາຍ ເມື່ອເບິ່ງຄືນຕະຫຼອດໄລຍະຜ່ານ ມາ, ການນໍາແຂວງ ກໍຄືຄະນະ ພັກ-ຄະນະບັນຊາທະຫານແຂວງ ຄໍາມ່ວນ ຍາມໃດກໍໄດ້ຖືສໍາຄັນ ຕໍ່ວຽກງານດັ່ງກ່າວ ດ້ວຍການ ຈັດສັນງົບປະມານໃຫ້ແກ່ກົມ ກອງຮາກຖານໃນແຕ່ລະປີ ຕາມ ສະພາບເສດຖະກິດ-ການເງິນ ຂອງແຂວງແຕ່ລະໄລຍະ ເພື່ອນຳ ໃຊ້ເຂົ້າໃນການກໍ່ສ້າງພື້ນຖານ ໂຄງລ່າງລະບົບຄ້າຍຄູ, ສຳນັກ ງານອົງການ, ທີ່ຢູ່ອາໄສ ແລະ ສິ່ງປຸກສ້າງຕ່າງໆ, ສົມທົບກັບ ການເຮັດວຽກງານສຶກສາອົບ ຮົມການເມືອງ-ນຳພາແນວຄິດ ຕິດພັນນແໜ້ນກັບໜ້າທີ່ວິຊາສະ ເພາະຂອງຕົນ, ເຊິ່ງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກ ງານ-ນັກຮົບທຸກສະຫາຍໃຫ້ ເຊື່ອມຊຶມກຳແໜ້ນມູນເຊື້ອດຸໝັ່ນ ຂະຫຍັນພຽນ ປະຢັດມັດທະຍັດ ຂອງກອງທັບ ຕາມທິດນຳເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ສະຫາຍ ພັນເອກ ຄໍາພາ ຕາງຊາຢຸດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ສຳຄັນແມ່ນ ຄະນະພັກ-ຄະນະບັນຊາທະຫານ ແຂວງ ແຕ່ລະຮຸ່ນໄດ້ກຳນົດເອົາ ວຽກງານດັ່ງກ່າວເຂົ້າໃນບັນດາ ໜ້າທີ່ໃຫຍ່ ແລະ ແຜນງານຂອງ ກອງບັນຊາການທະຫານ ແຂວງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກທັງ ໄດ້ມີຂໍ້ກໍານົດນິຕິກໍາສະເພາະຖືກ ຕ້ອງຕາມແບບຂອງກົມກໍ່ສ້າງ ຄຸ້ມຄອງ-ຊັບສີນ ກົມໃຫຍ່ພະລາ ທິການກອງທັບ ກໍານົດກ່ຽວກັບ ການກໍ່ສ້າງລະບົບຄ້າຍຄູເປັນ ພື້ນຖານບ່ອນອີງແກ່ບັນດາອົງ ການ, ກົມກອງຮາກຖານໄດ້ນຳ ໄປຜັນຂະຫຍາຍຈັດຕັ້ງປະຕິບັດ ຕາມເງື່ອນໄຂ, ສະພາບແວດ ລ້ອມ, ທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຕົວຈິງຂອງ ກົມກອງຕັ້ງທັບຢູ່ ສົມທົບໃສ່ກັບ ງົບປະມານທີ່ຂັ້ນເທິງສະໜອງ ໃຫ້, ການຊຸກຍູ້ຊ່ວຍເຫຼືອຈາກ ຄະນະພັກ-ອົງການປົກຄອງທ້ອງ ຖິ່ນແຕ່ລະຂັ້ນ, ການຂົນຂວາຍ ຍາດແຍ່ງເອົາການສະໜັບສະ ໜູນຈາກອົງການຈັດຕັ້ງຕ່າງໆ, ບໍລິສັດຫ້າງຮ້ານ, ນັກທຸລະກິດ ພາຍໃນປະເທດ ແລະ ການຊ່ວຍ ເຫຼືອຈາກປະເທດເພື່ອນມິດຍຸດ ທະສາດ ຕາມແນວທາງການຕ່າງ ປະເທດຂອງພັກ ອັນໄດ້ເຮັດໃຫ້ ສຳນັກງານ, ອົງການ ແລະ ກົມ ກອງຮາກຖານຕ່າງໆທົ່ວກອງບັນຊາການທະຫານແຂວງຄໍາ ມວນໄດ້ມີລະບົບຄ້າຍຄູ, ທີ່ຢູ່ອາ ໃສ ແລະ ສິ່ງປຸກສ້າງຕ່າງໆກ້າວ ສູ່ລະດັບມາດຕະຖານ ຖາວອນ ແລະ ເຄິ່ງຖາວອນກວມເອົາອັດ ຕາສ່ວນຫຼາຍ, ທັງໄດ້ຮັບການຈັດ ສັນຢ່າງເປັນລະບົບມີລະບຽບ ແລະ ມີໂສມໜ້າວັດທະນະທຳຈົບ ງາມດີຂຶ້ນຢ່າງຈະແຈ້ງ, ມີສະ ພາບແວດລ້ອມທີ່ໜ້າຢູ່ອາໄສ, ຄົນໃນສັງຄົມທີ່ໄດ້ໄປເຫັນຕົວຈິງ ຕ່າງກໍມີຄວາມປິຕິຊື່ນຊົມຕໍ່ຊີວິດ ວັດທະນະທຳຂອງກົມກອງທະ ຫານ, ເປັນການດຶງດູດແນວຄິດ ຈິດໃຈຂອງພະນັກງານ-ນັກຮົບ ທຸກສະຫາຍໃຫ້ມີຄວາມສະໜິດ ຕິດພັນແໜ້ນກັບອົງການ, ກົມ ກອງທີ່ຕົນສັງກັດຢູ່ໃຜໆຕ່າງກໍ ຍຶດໝັ້ນໃນຄຳຂວັນທີ່ວ່າ ຮັກ ຄ້າຍຄືເຮືອນເຮົາຢູ່, ຮັກໝູ່ຄູ່ ເໝືອນອ້າຍເອື້ອຍນ້ອງຮ່ວມອຸ ທອນດຽວກັນ. ໃນນີ້, ເວົ້າສະເພາະຢູ່ກອງ ບັນຊາການທະຫານເມືອງຄູນຄໍາ ແຂວງຄໍາມ່ວນກໍແມ່ນກົມກອງ ຮາກຖານໜຶ່ງທີ່ມີຄວາມໜັກ ແໜ້ນທາງດ້ານລະບຽບແບບ ແຜນ ແລະ ເຂັ້ມແຂງທາງດ້ານ ການຈັດຕັ້ງ, ແຕ່ວ່າລະບົບຄ້າຍຄູ, ທີ່ຢູ່ອາໄສຍັງບໍ່ທັນແໜ້ນໜາຖາ ວອນຕອບສະໜອງໄດ້ກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າ ທີ່ການເມືອງໄລຍະໃໝ່, ດ້ວຍ ຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຊີ້ນໍາຂອງຄະນະພັກ ແຂວງ ກໍຄືຄະນະພັກກອງບັນ ຊາການທະຫານແຂວງ ແລະ ອໍາ ນາດການປົກຄອງທ້ອງຖິ່ນທຸກ ຂັ້ນ ແນໃສ່ປັບປຸງກໍ່ສ້າງສຳນັກ ງານກອງບັນຊາການທະຫານ ເມືອງຄູນຄຳໂດຍປະຕິບັດຕາມ ການສັນຍາຮັບເໝົາໂຄງການ ກໍ່ສ້າງບໍລິສັດ ອະນຸວົງ ສຳຫຼວດ ອອກ ແບບ ແລະ ກໍ່ສ້າງເຄຫາ ສະຖານ ຈຳກັດໃນນາມຜູ້ຮັບ ເໝົາກໍ່ສ້າງໄດ້ລົງມືຈັດຕັ້ງປະ ຕິບັດນັບແຕ່ທ້າຍປີ 2013 ເປັນ ຕົ້ນມາ ເຊິ່ງໄດ້ດຳເນີນ ເປັນ 3 ໄລຍະ ຄື: ປະຕິບັດວຽກບຸກເບີກ, ເນື້ອທີ່ດິນປັບປຸງສະຖານທີ່, ຈາກນັ້ນໄດ້ດຳເນີນກໍ່ສ້າງຫ້ອງ ການ ຈຳນວນ 1 ຫຼັງ, ຂະໜາດ 19x34 ແມັດ, ກໍ່ສ້າງສະໂມ ສອນ 1 ຫຼັງ, ຂະໜາດ14x24 ແມັດ, ກໍ່ສ້າງເຮືອນນອນ 2 ຫຼັງ, ຂະໜາດ 9 x21 ແມັດ, ກໍ່ ສ້າງເຮືອນຄົວ 1 ຫຼັງ ຂະໜາດ 8,5 x20 ແມັດ, ຫ້ອງນໍ້າ 1 ຫຼັງ, ຕິດຕັ້ງລະບົບໄຟຟ້າອາຄານ ແລະ ປະກອບເຄື່ອງເຟີນີເຈີ, ການປະຕິບັດວຽກແຕ່ລະໄລຍະ ໄດ້ຮັບການຕິດຕາມ ກວດກາ ຢ່າງໃກ້ຊິດດຈາກເຈົ້າຂອງໂຄງ ການ ກໍຄືອະນຸກຳມະການຂັ້ນ ກອງບັນຊາການທະຫານແຂວງ ແລະ ໄດ້ຢັ້ງຢືນຜົນສໍາເລັດຂອງ ວຽກເປັນແຕ່ລະໄລຍະ, ມາເຖິງ ທ້າຍປີ 2018 ໂຄງການກໍ່ສ້າງ ສຳນັກງານກອງບັນຊາການທະ ຫານເມືອງຄູນຄຳ ໄດ້ປະຕິບັດ ສຳເລັດ 100 %, ເຊິ່ງລວມ ມູນຄ່າໃນການກໍ່ສ້າງທັງໝົດ 7.743.891.409 ກີບ ແລະ ໄດ້ມອບ-ຮັບໃນວັນທີ 29 ທັນວາ 2020 ຜ່ານມາ. ເຮັດໃຫ້ລະບົບ ຄ້າຍຄູມີຄວາມຈົບງາມຕາມແບບ ວັດທະນະທໍາຂຶ້ນເປັນກ້າວໆ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ