ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍທະຫານຊາຍແດນ 312 ເອົາໃຈໃສ່ປັບປຸງສະຖານທີ່ໃຫ້ແໜ້ນໜາຖາວອນ
ເວລາອອກຂ່າວ: 2021-12-09 10:56:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 649 | ຄວາມນິຍົມ:



ງ ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ກໍຄືທິດທາງແຜນການຂອງກອງ ບັນຊາການທະຫານແຂວງຄຳ ມ່ວນ ແລະ ຫ້ອງພະລາທິການ ການ ຊີ້ນຳ-ກົມກອງຮາກຖານມີ ຄວາມເຂັ້ມແຂງ, ໜັກແໜ້ນ, ລະບົບ ພື້ນຖານໂຄງລ່າງມີຄວາມ ແໜ້ນໜາຖາວອນຂຶ້ນເປັນ ກ້າວໆ. ສະຫາຍ ພັນໂທ ພັນລະຄອນ ພົມມະເກສອນ ຫົວໜ້າການທະ ຫານ ກອງຮ້ອຍທະຫານຊາຍ ແດນ 312 ໄດ້ໃຫ້ຮູ້ວ່າ: ຍາມໃດ ຄະນະພັກ-ຄະນະບັນຊາ ກໍໄດ້ ເອົາ ໃຈໃສ່ເຄື່ອນໄຫວຊີ້ນຳ ໃນການ ສ້າງພະລາທິການກັບທີ່ ແລະ ປັບປຸງສະຖານທີ່ຄ້າຍຄູໃຫ້ແໜ້ນ ໜາຖາວອນ ເພື່ອເຮັດໃຫ້ກົມ ກອງກາຍເປັນກົມກອງທີ່ມີລະ ບຽບແບບແຜນ. ກອງຮ້ອຍທະ ຫານຊາຍແດນ 312 ມີພາລະ ບົດບາດໃນການຕິດຕາມກວດ ກາລາດຕະເວນ ເພື່ອສະກັດກັ້ນ ປະກົດການຫຍໍ້ທໍ້ທີ່ອາດຈະເກີດ ຂຶ້ນຕາມເສັ້ນຊາຍແດນ, ຫຼັກ ໝາຍຊາຍແດນ ທີ່ມີຄວາມຍາວ 84 ກິໂລແມັດ, ຮັບຜິດຊອບ 12 ຫຼັກໝາຍ, ເອົາໃຈໃສ່ປົກ ປັກຮັກສາ ແລະ ຮັບປະກັນຄວາມ ສະຫງົບຕາມເສັ້ນຊາຍແດນລະ ຫວ່າງແຂວງຄຳມ່ວນ ໃນຂອບ ເຂດຈຸດສຸມຫຼັງຄັງ ເມືອງບົວ ລະພາ ກັບ ແຂວງກວາງບິ່ງ ສສ ຫວຽດນາມ ເຮັດໃຫ້ເຂດດັ່ງກ່າວ ເປັນຊາຍແດນ ແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ມີຄວາມ ສະຫງົບໂດຍພື້ນຖານ, ນອກຈາກ ເອົາໃຈໃສ່ປົກປັກຮັກສາຄວາມ ສະຫງົບຕາມເສັ້ນຊາຍແດນ ແລ້ວ, ຄະນະພັກ - ຄະນະບັນຊາ ຂອງພວກເຮົາ ຍັງໄດ້ເອົາໃຈໃສ່ ປັບປຸງສະຖານທີ່ຄ້າຍຄູໃຫ້ແໜ້ນ ໜາຖາວອນ ພ້ອມທັງຊີ້ນຳວິ ຊາສະເພາະ ເປັນຕົ້ນ : ການສ້າງ ແຜນງົບປະມານເງິນເດືອນ-ເຂົ້າ ອັດຕາກິນ ຕາມຈຳນວນພົນຂອງ ກົມກອງ, ເບີກຈ່າຍເງິນເດືອນ ເຄື່ອງນຸ່ງຫົ່ມ, ເຂົ້າກິນໃຫ້ຖືກ ຕ້ອງຕາມບັນຊີຈຳນວນພົນຕົວ ຈິງຕາມອັດຕາທີ່ຂັ້ນເທິງກຳນົດ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ກົມກອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກການສ້າງພະລາທິການກັບ ທີ່, ດ້ວຍການປູກຝັງ-ລ້ຽງສັດ ເພື່ອເປັນການສ້າງລາຍຮັບເຂົ້າ ກົມກອງ ແລະ ແກ້ໄຂຊີວິດການ ເປັນຢູ່ຂອງ ພະນັກງານ-ນັກ ຮົບ ໃນກົມກອງໃຫ້ດີຂຶ້ນ, ເຊິ່ງ ໄລຍະຜ່ານມາ ໄດ້ປັບປຸງກໍ່ສ້າງ ຄ້າຍຄູໃຫ້ມີຄວາມແໜ້ນໜາ ຖາວອນ ເປັນຕົ້ນແມ່ນກໍ່ສ້າງ ກຳແພງອ້ອມຄ້າຍ, ປະຕູໂຂງ, ປ້ອມຍາມ, ຫ້ອງນໍ້າ, ຫໍຂ່າວ, ເຮືອນນອນ, ເຮືອນຄົວ, ຫ້ອງ ນໍ້າ, ເຈາະນໍ້າບາດານ 1 ບໍ່, ດຶງ ໄຟຟ້າເຂົ້າເຮືອນ ໝວດ 3 ທີ່ປະ ຈຳຢູ່ບ້ານດຸ ແລະ ກໍ່ສ້າງເຮືອນ ນອນຢູ່ຂອບເຂດຫຼັກ 525 ຈຳ ນວນ 1 ຫຼັງ ໂດຍນຳໃຊ້ແຮງ ງານ ພາຍໃນກົມກອງ, ບຸກເບີກ ເນື້ອທີ່ດິນປູກຝັງ 1 ຕອນ ປູກ ຝັງ ຕາມທ່າແຮງບົ່ມຊ້ອນພາຍ ໃນກົມກອງ ຄື : ປູກຕົ້ນໄມ້ອຸດ ສາຫະກຳ, ໄມ້ກິນໝາກ, ປູກພືດ ຜັກລົ້ມລຸກ, ລ້ຽງສັດປີກ, ລ້ຽງ ແບ້ 6 ໂຕ ແລະ ມີໜອງປາ 1 ໜອງ, ປ່ອຍປາແລ້ວ 2.500 ໂຕ, ໃນແຕລະປີສາມາດສ້າງລາຍຮັບໃຫ້ແກ່ກົມກອງ ຈາກການປູກ ຝັງ- ລ້ຽງສັດ ສະເລ່ຍໄດ້ຫຼາຍ ກວ່າ 10 ລ້ານກີບ. ໂດຍ : ລັດດາວັນ ພູມີຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ