ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໜ້າທີ່ ປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ
ເວລາອອກຂ່າວ: 2021-12-09 10:51:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 448 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ປະທານ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ ລະຫວ່າງ ສະຫາຍ ພົນຈັດ ຕະວາ ສົມພອນ ແກ້ວມີໄຊ ປະ ທານສະຫະພັນນັກຮົບເກົ່າແຫ່ງ ຊາດລາວ (ຜູ້ເກົ່າ) ແລະ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ (ຜູ້ໃໝ່), ຈັດ ຂຶ້ນວັນທີ 8 ທັນວາ 2021 ນີ້, ໂດຍການເຂົ້າຮ່ວມຂອງສະ ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການມອບໜ້າທີ່ຄັ້ງນີ້ ແມ່ນ ປະຕິບັດຕາມກົດໝາຍວ່າດ້ວຍ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ ແລະ ຜົນສຳເລັດຂອງກອງ ປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ສະໄໝທີ IV ແລະ ອີງຕາມມະຕິຕົກລົງຂອງຄະນະ ເລຂາທິການສູນກາງພັກ ວ່າ ດ້ວຍການອະນຸມັດລາຍຊື່ບຸກ ຄະລາກອນ ເພື່ອພິຈາລະນາຮັບ ຮອງເຂົ້າໃນຄະນະບໍລິຫານງານ ສນຫລ ສະໄໝທີ IV ໂດຍເຫັນດີ ຮັບຮອງເອົາ ສະຫາຍ ພົນໂທ ແສງ ນວນ ໄຊຍະລາດ ເປັນປະ ທານສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາພັດທະນາວຽກງານສະຫະ ພັນນັກຮົບເກົ່າ ແຕ່ລະຂັ້ນໃຫ້ມີ ຜົນສຳເລັດຍິ່ງຂຶ້ນ ສ່ວນສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ແມ່ນພັກການຮັບອຸດໜູນບຳນານ ຕາມລະບຽບການຂອງພັກ. ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ມີໂຄງປະກອບ 4 ຂັ້ນ ຄື: ຂັ້ນສູນກາງ, ແຂວງເມືອງ ແລະ ຂັ້ນຮາກຖານມີຄະນະບໍລິ ຫານງານ 7 ສະຫາຍ ໃນນີ້ຄະນະ ປະທານ 3 ສະຫາຍກຳມະການ 4 ສະຫາຍ (ເສຍຊີວິດ 2) ມີຄະ ນະປະຈຳຢູ່ສູນກາງ 5 ສະຫາຍມີ 3 ກົມ 1 ຫ້ອງການຂຶ້ນກັບພະ ນັກງານທັງໝົດ 111 ສະຫາຍ, ຍິງ 51 ສະຫາຍ, ມີນາຍທະຫາຍ ທະຫານ-ຕໍາຫຼວດ ແລະ ພະນັກ ງານ-ລັດຖະກອນ ປະຈຳຢູ່ສະ ຫະພັນນັກຮົບເກົ່າຂັ້ນແຂວງ ແລະ ເມືອງ 1.500 ສະຫາຍ, ຍິງ 443 ສະຫາຍ, ໄລຍະຜ່ານມາສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບອະນຸມັດງົບປະມານພັດ ທະນາໂຄງ ການລົງທຶນຂອງລັດ 10 ໂຄງການ ມູນຄ່າ 213 ຕື້ກີບ ໃນນີ້ໂຄງການກໍ່ສ້າງ 3 ໂຄງການ ແລະ ໂຄງ ການສົ່ງເສີມວິຊາການ 7 ໂຄງການສຳລັບປີ 2021 ໄດ້ຮັບອະນຸມັດງົບປະມານການ ລົງທຶນຈາກລັດຖະບານ 9 ຕື້ ກວ່າກີບ ເພື່ອສຸມໃສ່ການພັດທະ ນາດ້ານຕ່າງໆ ຂອງສະຫະພັນ ນັກຮົບເກົ່າແຫ່ງຊາດລາວ ໃຫ້ສຳ ເລັດຕາມແຜນການທີ່ວາງໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ