ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງໆຄຳມ່ວນ ໄປຢ້ຽມຢາມ ປະຊາຊົນ ບ້ານຄູນເພັດ ເມືອງຄູນຄຳ
ເວລາອອກຂ່າວ: 2021-12-09 10:47:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 490 | ຄວາມນິຍົມ:



ວັນທີ 3 ທັນວາ 2021, ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງໆຄຳມ່ວນ ພ້ອມດ້ວຍຄະ ນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດ, ຍົກລະ ດັບຊີວິດການເປັນຢູ່ຂອງປະຊາ ຊົນບ້ານຄູນເພັດ ເມືອງຄູນຄຳ ເຊິ່ງເປັນບ້ານທີ່ຍົກຍ້າຍຈັດສັນ ຈາກໂຄງການກໍ່ສ້າງເຂື່ອນໄຟ ຟ້າທົ່ງລົມ, ຕັ້ງຢູ່ຈຸດຮາບພຽງ ເຕັມໄປດ້ວຍທຳມະຊາດພູຜາປ່າ ໄມ້ທີ່ມີຄວາມອຸດົມສົມບູນ, ຫ່າງ ຈາກເສັ້ນທາງເລກທີ 13 ໃຕ້ປະມານ 12,5 ກິໂລແມັດ, ປະ ປະກອບມີ 430 ຫຼັງຄາເຮືອນ, ມີ 477 ຄອບຄົວ, ພົນລະເມືອງ 2.084 ຄົນ, ອາຊີບຕົ້ນຕໍແມ່ນ ປູກຝັງ-ລ້ຽງສັດ, ມີເນື້ອທີ່ທຳ ການຜະລິດ 850 ເຮັກຕາ. ໃນນີ້ ເນື້ອທີ່ນາປີ 340 ເຮັກຕາ, ນາແຊງ 119 ເຮັກຕາ, ຢາງພາລາ ແລະ ມັນຕົ້ນ 351 ເຮັກຕາ, ປະເພດ ສັດລ້ຽງມີຄວາຍ 825 ໂຕ, ມີ ລະບົບຊົນລະປະທານ 1 ແຫ່ງ. ໃນ ໂອກາດທີ່ທ່ານເຈົ້າແຂວງພ້ອມ ຄະນະໄດ້ລົງເຄື່ອນໄຫວຄັ້ງນີ້ ທ່ານຍັງໄດ້ຮັບຟັງການລາຍງານ ສະພາບຈາກອຳນາດການປົກ ຄອງບ້ານ ເຊິ່ງມີທັງແລ້ງ, ຖ້ວມ ແລະ ມີຊ້າງປ່າຈຳນວນໜຶ່ງເຂົ້າ ມາທຳລາຍໄຮ່, ສວນຂອງປະຊາ ຊົນ. ພ້ອມນີ້ອຳນາດການປົກຄອງ ບ້ານຍັງໄດ້ສະເໜີຕໍ່ຂັ້ນເທິງເພື່ອ ສ້າງຊົນລະປະທານເພີ່ມ ທັງນີ້ກໍ່ ເພື່ອສະໜອງນໍ້າ ໃຫ້ແກ່ການຜະລິດໃນລະດູແລ້ງໃຫ້ພຽງພໍລວມເຖິງການສ້ອມແປງເສັ້ນທາງຄົມມະນາຄົມເຂົ້າຫາບ້ານ. ໂອກາດດຽວກັນທ່ານເຈົ້າ ແຂວງໆຄຳມ່ວນ ກໍໄດ້ໂອ້ລົມອໍາ ນາດການປົກຄອງ ແລະ ທ້ອງຖິ່ນ ປະຊາຊົນຈົ່ງມີຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມ ກັນເອົາໃຈໃສ່ຕໍ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສ້າງສາພັດທະນາບ້ານໃຫ້ມີຄວາມຈະເລີນກ້າວໜ້າ ພ້ອມນີ້ ທ່ານເຈົ້າແຂວງກໍ່ຍັງໄດ້ມອບ ເຄື່ອງນຸ່ງຮົ່ມ, ອຸປະກອນການ ຮຽນ, ອຸປະກອນການຫຼິ້ນກີລາ ພ້ອມດ້ວຍເງິນສົດຈຳນວນໜຶ່ງ ໃຫ້ອໍານາດການປົກຄອງບ້ານດັ່ງ ກ່າວ ເພື່ອນຳໃຊ້ເຂົ້າໃນວຽກງານ ການສ້າງສາພັດທະນາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ