ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມື້ນີ້ກວດພົບເຊື້ອທັງໝົດ 1,209 ຄົນ (ຕິດເຊື້ອພາຍໃນ ມີ 1.209 ຄົນ, ເສຍຊີວິດໃໝ່ 05 ຄົນ)
ເວລາອອກຂ່າວ: 2021-12-08 11:44:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 384 | ຄວາມນິຍົມ:



ວັນທີ 08 ທັນວາ ປີ 2021, ໂດຍໄດ້ຮັບການມອບໝາຍຈາກ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ທ່ນ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ບັນທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ມາຮອດວັນທີ 07 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 10.593 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.209 ຄົນ (ຕິດເຊື້ອພາຍໃນ ມີ 1.209 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.209 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້: 1. ນະຄອນຫຼວງ 687 ຄົນ ໃນ 194 ບ້ານ ແລະ 9 ເມືອງ 2. ບໍ່ແກ້ວ ມີ 80 ຄົນ ໃນ 25 ບ້ານ ແລະ 2 ເມືອງ 3. ຫຼວງນໍ້າທາ ມີ 75 ຄົນ ໃນ 36 ບ້ານ ແລະ 4 ເມືອງ 4. ອຸດົມໄຊ ມີ 60 ຄົນ ໃນ 21 ບ້ານ ແລະ 4 ເມືອງ 5. ຫຼວງພະບາງ ມີ 54 ຄົນ ໃນ 22 ບ້ານ ແລະ 3 ເມືອງ 6. ສະຫວັນນະເຂດ ມີ 41 ຄົນ ໃນ 19 ບ້ານ ແລະ 5 ເມືອງ 7. ຈຳປາສັກ ມີ 41 ຄົນ ໃນ 25 ບ້ານ ແລະ 5 ເມືອງ 8. ແຂວງວຽງຈັນ ມີ 36 ຄົນ ໃນ 24 ບ້ານ ແລະ 7 ເມືອງ 9. ໄຊຍະບູລີ ມີ 29 ຄົນ ໃນ 10 ບ້ານ ແລະ 4 ເມືອງ 10. ໄຊສົມບູນ ມີ 22 ຄົນ ໃນ 2 ບ້ານ ແລະ 2 ເມືອງ 11. ບໍລິຄຳໄຊ ມີ 22 ຄົນ ໃນ 10 ບ້ານ ແລະ 5 ເມືອງ 12. ເຊກອງ ມີ 19 ຄົນ ໃນ 6 ບ້ານ ແລະ 3 ເມືອງ 13. ຊຽງຂວາງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ 14. ສາລະວັນ ມີ 7 ຄົນ ໃນ 4 ບ້ານ ແລະ 2 ເມືອງ 15. ຫົວພັນ ມີ 7 ຄົນ ໃນ 6 ບ້ານ ແລະ 4 ເມືອງ 16. ຄຳມ່ວນ ມີ 7 ຄົນ ໃນ 5 ບ້ານ ແລະ 3 ເມືອງ 17. ຜົ້ງສາລີ ມີ 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ 18. ອັດຕະປື ມີ 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ ມາຮອດວັນທີ 08 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83.291 ຄົນ, ເສຍຊີວິດສະສົມ 219 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 488 ຄົນ, ກໍາລັງປິ່ນປົວ 12.100 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້: 1). ເພດຊາຍ, ອາຍ 21 ປີ, ຄ້າຍຄຸມຂັງເມືອງຂື້ນກັບບ້ານຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແແກ້ວ - ບໍ່ມີພະຍາດປະຈໍາຕົວ - ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 - ວັນທີ 04 ທັນວາ 2021: ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວດ-19 ແລະ ຜົນກວດເປັນບວກ - ວັນທີ 05 ທັນວາ 2021: ຜູ້ກ່ຽວເລີ້ມມີອາການໄຂ້, ເຈັບແໜ້ນໜ້າເອີກ, ຫາຍໃຈຝຶດ - ວັນທີ 06 ທັນວາ 2021: ຜູ້ກ່ຽວມີອາການໜັກຫລາຍ ເອົາໄປປີ່ນປົວຢູ່ໂຮງໝໍ ແຕ່ຜູ້ກ່ຽວ ໄດ້ເສຍຊີວິດກ່ອນ 2). ເພດຍິງ ອາຍຸ 21 ປີ, ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫລວງ. - ພະຍາດປະຈຳໂຕ: ພູມແພ້ (ບໍ່ຮູ້ວ່າແພ້ຫຍັງ) - ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ - ເວລາ 11:00 ໂມງຂອງວັນທີ 06 ທັນວາ 2021: ເຂົ້າມາກວດຢູ່ສຸກເສີນໂຮງໝໍມິດຕະພາບດ້ວຍອາການງ່ວງຊຶມ, ບໍ່ໄດ້ສະຕິ, ຮາກອອກເລືອດສີແດງສົດ, ຕົນໂຕຈືດມ້ານ (ກ່ອນໜ້ານີ້ 1 ວັນ ມີອາການໄອ) ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19, ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ ແລະ ແຍ່ທໍ່ຊ່ວຍຫາຍໃຈ; ແລະ ໃຫ້ຢາເຊີດຊູ - ຮອດເວລາ 04:50 ນາທີ ຂອງວັນທີ່ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ 3). ເພດຊາຍ, ອາຍຸ 66 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ - ປະຫວັດພະຍາດຜ່ານມາ: ມະເຮັງປອດ - ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 - ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 24 ພະຈິກ 2021 - ອາການເບື້ອງຕົ້ນ: ໄອມີເລືອດປົນຂີ້ກະເທີ່ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ກຶນອາຫານທຸກຊະນິດຍາກລຳບາກ, ອາການຊີວິດບໍ່ຄ່ອຍດີ - ໄລຍະການປິ່ນປົວ: 24 ພະຈິກ 2021-07 ທັນວາ 2021 - ມາຮອດເວລາ 10:30 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ 4). ເພດຊາຍ, ອາຍຸ 58 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ - ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ບໍ່ໄດ້ຕິດຕາມ - ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 - ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 04 ທັນວາ 2021 (ຮັບຈາກມໍລະສຸມໂຮງໝໍມະໂຫສົດ) - ອາການເບື້ອງຕົ້ນ: ຄົນເຈັບບໍໄດ້ສະຕິ (ໃສ່ທໍ່ຊ່ອຍຫາຍໃຈ) ຄົນເຈັບລົ້ມໃນຫ້ອງນໍ້າບໍ່ຮູ້ເວລາທີ່ຊັດເຈນ ແຕ່ພົບເຫັນໃນຕອນເຊົ້າຂອງວັນທີ່ 04 ທັນວາ 2021 ໃນສະພາບບໍ່ມີສະຕິ ແລະເອົາໄປໂຮງໝໍມະໂຫສົດ ເຮັດ CT Scanner of Brain (Hemorrhage stroke), TA 152/100, P100 T37.9, RR 26 SO2:90% - ໄລຍະການປິ່ນປົວ: ແຕ່ວັນທີ 04-07 ທັນວາ 2021, ລວມເປັນ 04 ວັນ - ຮອດເວລາ16ມ00 ຂອງວັນທີ 07/12/21ຄົນເຈັບໄດ້ເສຍຊີວິດ 5) ເພດຍິງ, ອາຍຸ 94 ປີ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງ - ພະຍາດປະຈໍາຕົວ: ຄວາມດັນເລືອດສູງ - ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19ຄົບ - ເວລາ 08:35 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຫອບ ແລະ ຫາຍໃຈຝຶດ, ຄວາມດັນເລືອດສູງ ແລະ ຄົນເຈັບມີອາການໜັກຫລາຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ ຊື່ງຕໍ່ມາຄົນເຈັບ ໄດ້ເສຍຊີວິດ ໃນວັນດຽວກັນ. ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ