ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງຊຽງຂວາງ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນຊາດ
ເວລາອອກຂ່າວ: 2021-12-08 11:13:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379587061 | ຄວາມນິຍົມ:



ວັນທີ 1 ທັນວາ 2021, ການນຳແຂວງຊຽງຂວາງ ເຊິ່ງ ນຳໂດຍ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ໄດ້ເຂົ້າ ວາງພວງມາລາ ຢູ່ຕໍ່ໜ້າອະນຸສາວະລີນັກຮົບນິລະນາມ ແລະ ວາງ ກະຕ່າດອກໄມ້ຢູ່ຕໍ່ໜ້າອະນຸສາ ວະລີ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາຄົບຮອບ 46 ປີ ແລະ ວັນ ຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ. ເພື່ອເປັນການໄຫວ້ອາໄລ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ ຢ່າງພິລະອາດຫານຂອງນັກ ຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີ ວິດເລືອດເນື້ອເພື່ອພາລະກິດປະ ຕິວັດປົດປ່ອຍຊາດ ໂດຍສະເພາະ ຢູ່ແຂວງຊຽງຂວາງ ຢ່າງອົງ ອາດກ້າຫານ, ພ້ອມກັນນັ້ນ, ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸດທິດທັງຊິວິດເລືອດເນື້ອ ເພື່ອຜົນປະໂຫຍດລວມຂອງ ຊາດ, ສຸມສະຕິປັນຍາເຂົ້າໃນ ການນໍາພາຂະບວນການຕໍ່ສູ້ປົດ ປ່ອຍຊາດຈົນສາມາດຍາດໄດ້ໄຊ ຊະນະ ແລະ ນໍາເອົາຄວາມຢູ່ ເຢັນເປັນສຸກມາສູ່ປະຊາຊົນລາວ ບັນດາເຜົ່າ. ຫຼັງຈາກສໍາເລັດການນວາງ ພວງມາລາແລ້ວ, ທ່ານເຈົ້າ ແຂວງໆຊຽງຂວາງ ໄດ້ມອບໃບ ຍ້ອງຍໍໃຫ້ແກ່ບໍລິສັດທີ່ໄດ້ປະ ກອບສ່ວນສ້ອມແປງອະນຸສາ ວະລີ ປະທານ ໄກສອນ ພົມວິ ຫານ ໃນນັ້ນ ມີບໍລິສັດ ລັກກີສະ ໂຕນ ຈຳກັດ ປະກອບສ່ວນຫີນ ກຣານິດ ແລະ ສ້ອມແປງອະນຸສາ ວະລີ ມູນຄ່າ 81 ລ້ານກວ່າກີບ, ບໍລິສັດ ດຶກຊ່ອງຖັງພັດທະນາ ກະສິກຳ ແລະ ອຸດສາຫະກຳປຸງ ແຕ່ງ ປະກອບສ່ວນໄມ້ດູ່ມູນຄ່າ 15 ລ້ານກີບ ແລະ ວິທະຍາໄລເຕັກ ນິກ-ວິຊາຊີບແບບປະສົມ ແຂວງ ຊຽງຂວາງ ປະກອບສ່ວນປັບປຸງ-ສ້ອມແປງມູນ ຄ່າ 10 ລ້ານກວ່າ ກີບ. ໂດຍ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ