ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງ ກມທ ເປີດອົບຮົມເອກະສານສະໜັບສະໜູນ ແລະ ກົດລະບຽບພັກ
ເວລາອອກຂ່າວ: 2021-12-08 11:11:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ:



ວັນທີ 1-3 ທັນວານີ້, ຫ້ອງ ການເມືອງ ກົມໃຫຍ່ການເມືອງ ກອງທັບ ໄດ້ເປີດບັ້ນອົບຮົມເອກະ ສານສະໜັບສະໜູນ ແລະ ກົດລະ ບຽບພັກ ໃຫ້ມະຫາຊົນກ້າວໜ້າ ທົ່ວກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານ ແລະ ບັນ ລະຍາຍເອກະສານ ຂອງສະຫາຍ ພັນເອກ ວັນທອງ ພົງສະຫວັນ ຮອງຫົວໜ້າຫ້ອງການເມືອງ ກົມ ໃຫຍ່ການເມືອງກອງທັບ. ການເປີດອົບຮົມຄັ້ງນີ້, ມີເປົ້າ ໝາຍມະຫາຊົນກ້າວໜ້າທີ່ຈະຂະ ຫຍາຍເຂົ້າເປັນສະມາຊິກພັກ ເຂົ້າຮັບການອົບຮົມເອກະສານ ສະໜັບສະໜູນທັງໝົດ 28 ສະ ຫາຍ ແລະ ອົບຮົມກົດລະບຽບ ພັກມີ 38 ສະຫາຍ. ເຊິ່ງເນື້ອໃນ ເອກະສານອົບຮົມສະໜັບສະໜູນ ມີ 13 ຄໍາຖາມ, 13 ຄໍາຕອບ ແລະ ອົບຮົມກົດລະບຽບພັກ ໂດຍນໍາໃຊ້ ປຶ້ມກົດລະບຽບພັກ ສະໄໝທີ XI. ການຈັດຕັ້ງອົບຮົມເອກະສານ ໃຫ້ມະຫາຊົນກ້າວໜ້າທີ່ຈະຂະ ຫຍາຍເຂົ້າພັກຄັ້ງນີ້ ກໍເພື່ອຮັບ ປະກັນໃຫ້ແກ່ບັນດາເປົ້າໝາຍ ທີ່ຈະຂະຫຍາຍເຂົ້າເປັນສະມາ ຊິກພັກໃໝ່ ມີຄວາມຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ກຳແໜ້ນ ບັນດາເນື້ອໃນສຳຄັນ ເປັນຕົ້ນ ປະຫວັດການສ້າງຕັ້ງພັກ, ວັດ ຖຸປະສົງຂອງພັກ, ທາດແທ້, ເງື່ອນໄຂ, ພັນທະ ແລະ ຜົນ ປະໂຫຍດຂອງສະມາຊິກພັກ, ພ້ອມກັບເນື້ອໃນອື່ນໆໃນກົດລະ ບຽບຂອງພັກ ສະໄໝທີ XI ໄດ້ ກຳນົດໄວ້. ສະຫາຍຮອງຫົວໜ້າຫ້ອງ ການເມືອງ ກົມໃຫຍ່ການເມືອງ ກອງທັບ ໄດ້ເອົາໃຈໃສ່ອະ ທິບາຍເນື້ອໃນເອກະສານ ທີ່ ກ່ຽວກັບພັກປະຊາຊົນປະຕິວັດ ລາວ ເພື່ອເຮັດໃຫ້ຜູ້ເຂົ້າຮັບການ ອົບຮົມເຂົ້າໃຈແຈ້ງ ແລະ ກຳ ແໜ້ນຢ່າງເລິກເຊິ່ງ ເພື່ອເປັນພື້ນ ຖານບ່ອນອີງໃນການເຝິກຝົນຫຫຼໍ່ຫຼອມຕົນເອງຂອງມະຫາຊົນ ກ່ອນຈະເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ. ໂດຍ: ບຸນມີ ແກ້ວໂພໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ