ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 641 ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ເວລາອອກຂ່າວ: 2021-12-08 11:10:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ວັນທີ 2 ທັນວານີ້, ກອງພັນ ໃຫຍ່ 641 ໄດ້ຈັດຕັ້ງປາຖະກະຖາ ມູນເຊື້ອ 2 ວັນຄື: ວັນຊາດທີ 02 ທັນວາ ຄົບຮອບ 46 ປີ, ວັນ ຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ແລະ ຜົນສໍາເລັດການກໍ່ສ້າງທາງລົດ ໄຟລາວ-ຈີນ, ໂດຍການເປັນປະ ທານຂອງ ສະຫາຍ ພັນໂທ ທອງ ລິດ ແສງຈັນທະບູລີ ຫົວໜ້າພະ ແນກການເມືອງກອງພັນໃຫຍ່ 641, ມີຄະນະພັກ-ຄະນະບັນ ຊາ, ພະແນກການ, ກົມກອງຂຶ້ນ ກັບ ແລະ ພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ. ການປາຖະກະຖາຄັ້ງນີ້, ກໍ ເພື່ອເປັນການສຶກສາອົບຮົມການ ເມືອງ-ນຳພາແນວຄິດເຮັດໃຫ້ພະ ນັກງານ-ນັກຮົບ ຮັບຮູ້ເຊື່ອມຊຶມ ກຳແໜ້ນຕືຶ່ມກ່ຽວກັບຄວາມໝາຍ ຄວາມສຳຄັນມູນເຊື້ອຂອງວັນທີ ຊາດ 2 ທັນວາ ເຊິ່ງເປັນວັນແຫ່ງ ໄຊຊະນະການຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ ແລະ ມູນເຊື້ອສ້າງສາພັດທະນາປະ ເທດຊາດ ໂດຍສືບທອດມູນເຊື້ອອົງອາດກ້າຫານຂອງບັນພະບຸລຸດລາວ, ປະຊາຊົນບັນດາເຜົ່າ, ໂດຍພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວໄດ້ ສາມັກຄີກັນຕໍ່ສູ້ຢ່າງພິລະອາດ ຫານ, ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດ ລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ຈົນສາມາດປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ໄດ້ສະ ຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ເຊິ່ງເປັນວັນທີ່ ປະຊາຊົນລາວບັນດາເຜົ່າ ມີ ອິດສະຫຼະພາບ ແລະ ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ, ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນປະ ຫວັດ, ຊີວິດການເຄື່ອນໄຫວປະ ຕິວັດ, ຜົນງານ-ຄຸນງາມ ຄວາມ ດີ, ຄຸນສົມບັດສິນທຳປະຕິວັດ, ສະຕິປັນຍາອັນສະຫຼາດສ່ອງໃສ ພ້ອມທັງບົດຮຽນການນຳພາ ອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເພື່ອແນໃສ່ເຮັດໃຫ້ພະນັກງານ ສະມາຊິກພັກ ແລະ ນັກຮົບຮຸ່ນ ສືບທອດໄດ້ສຶກສາຮໍ່າຮຽນເອົາ ເປັນແບບຢ່າງໃນການເຝິກຝົນ ຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດ ການເມືອງໜັກແໜ້ນ, ຄຸນສົມບັດ ສິນທຳປະຕິວັດ. ໃນພິທີຍັງໄດ້ ເຜີຍແຜ່ຜົນສໍາເລັດການກໍ່ສ້າງ ທາງລົດໄຟ ລາວ-ຈີນ ອີກດ້ວຍ. ໂດຍ: ກອງເພັດ ຄໍາມາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ