ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2021-12-08 11:07:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ໃນວັນທີ 2 ທັນວາ 2021 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຈັດຕັ້ງປະຖະກະຖາ ວັນສະ ຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ ແລະ ວັນຄ້າຍ ວັນເກີດ ປະທານ ໄກສອນ ພົມ ວິຫານ ຄົບຮອບ 101 ປີ, ໂດຍ ການເຂົ້າຮ່ວມ ແລະ ປາຖະກະ ຖາຂອງ ສະຫາຍ ພັນເອກ ສີລາ ວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນ, ມີຄະນະພັກ-ຄະນະ ອຳນວຍການ ຕະຫຼອດຮອດພະ ນັກງານຫຼັກແຫຼ່ງໃນທົ່ວໂຮງ ຮຽນເຂົ້າຮ່ວມ. ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ໄດ້ປາຖະກະຖາ ເລົ່າ ຄືນມູນເຊື້ອການຕໍ່ສູ້ກູ້ຊາດ, ການ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກ-ລັດ ຕະຫຼອດໄລຍະ 46 ປີຜ່ານມາ (2 ທັນວາ 1975-2 ທັນວາ 2021), ປວງຊົນລາວມີ ຄວາມ ຮັ່ງມີຜາສຸກໃນປັດຈຸບັນນີ້ຍ້ອນມີພະນັກງານຮຸ່ນກ່ອນທີ່ ໄດ້ສ້າງ ວິລະກຳອັນລ້ຳເລີດ ແລະ ສະຫຼະ ຄວາມສຸກສ່ວນຕົວເພື່ອປົດປ່ອຍປະເທດຊາດ ຈາກນັ້ນ, ສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການ ທະຫານໂຮງຮຽນ ໄດ້ປາຖະກະ ຖາ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກຂອງປວງຊົນລາວ ທັງຊາດ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ເຊິ່ງໄດ້ຍົກໃຫ້ເຫັນຄຸນງາມ ຄວາມດີຂອງ ປະທານ ໄກສອນ ພົມວິຫານ ເພື່ອໃຫ້ລູກຫຼານພະ ນັກງານຄົນຮຸ່ນໃໝ່ນຳເອົາເປັນ ແນວທາງໃນການປະຕິບັດໜ້າທີ່ ຂອງຕົນສືບຕໍ່ໄປ. ໂອກາດດັ່ງກ່າວ, ປະທານ ຍັງໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງ ໄດ້ໃຫ້ທິດຊີ້ນຳຫຼາຍດ້ານ ເພື່ອ ໃຫ້ນາຍ ແລະ ພົນທະຫານເຂົ້າໃຈ ແລະ ເຊື່ອມຊຶມຕໍ່ບັນດາເອກະ ສານວັນສຳຄັນຕ່າງໆ, ກຳໄດ້ເຖິງ ຄວາມໝາຍ, ຄວາມສຳຄັນຕໍ່ ການພັດທະນາເສດຖະກິດສ້າງ ສາພັດທະນາປະເທດຊາດໃຫ້ ຫຼຸດພົ້ນອອກຈາກປະເທດດ້ອຍ ພັດທະນາ ແລະ ໄດ້ເນັ້ນໜັກໃຫ້ ເອົາໃຈໃສ່ວຽກງານສຶກສາອົບ ຮົມການເມືອງ-ນຳພາແນວຄິດ ເປັນກົກ, ຍົກສູງລະດັບຄວາມຮູ້, ຄວາມສາມາດ, ນຳໄປຈັດຕັ້ງຜັນ ຂະຫຍາຍເພື່ອ ພັດທະນາກົມ ກອງຂອງຕົນໃຫ້ກ້າວຂຶ້ນຢ່າງບໍ່ ຢຸດຍັ້ງ. ໂດຍ: ນາງ ບຸນສີ ວົງສາຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ