ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ມອບເຄື່ອງໃຫ້ສູນເສຍອົງຄະພິເສດ 790
ເວລາອອກຂ່າວ: 2021-12-08 11:05:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ໃນວັນທີ 3 ທັນວາ 2021 , ບໍລິສັດ ລັດວິສາຫະກິດ ຫວຍ ພັດທະນາ ໄດ້ນຳເອົາເຄຶ່ອງຮັບ ໃຊ້ຫ້ອງການ, ເຄື່ອງອຸປະໂພກ ແລະ ເຄື່ອງມືການແພດປ້ອງກັນ ພະຍາດ ໂຄວິດ-19 ມາມອບ ໃຫ້ສູນເສຍອົງຄະພິເສດ790, ໂດຍການກ່າວມອບຂອງ ທ່ານ ສົມບູນ ອິນທະປະຖາ ຫົວໜ້າ ຫ້ອງການກະຊວງການເງິນ ທັງເປັນປະທານ ສະພາບໍລິຫານ ບໍລິສັດ ລັດວິສາຫະກິດ ຫວຍ ພັດທະນາ ພ້ອມດ້ວຍຄະນະ ແລະ ກ່າວຮັບຂອງ ສະຫາຍ ພັນໂທ ບຸນມີ ອິນທະວົງສາ ຫົວໜ້າການ ເມືອງ ສູນເສຍອົງຄະພິເສດ 790 ພ້ອມດ້ວຍຄະນະພັກ-ຄະນະບັນ ຊາ ແລະ ພະນັກງານເສຍອົງຄະ ພິເສດ, ພະນັກງານອາວຸໂສບຳ ນານ ແລະ ພະນັກງານ-ນັກຮົບ ທົ່ວສູນເສຍອົງຄະພິເສດ 790 ເຂົ້າຮ່ວມ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ລວມມີ: ຄອມພິວເຕີ 1 ຊຸດ, ກ້ອງຖ່າຍຮູບ 1 ໜ່ວຍ, ປິນເຕີສີ 1 ຊຸດ, ຜ້າຫົ່ມ 178 ຜືນ, ມຸ້ງ 178 ດາງ, ເຈວລ້າງມື 50 ກ່ອງ, ເຄື່ອງ ວັດແທກອຸນຫະພູມ 1 ຊຸດ ແລະ ຜ້າອັດປາກ 100 ກັບ ລວມມູນຄ່າ ທັງໝົດ 45.995.000 ກີບ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ບຸນມີ ອິນທະວົງສາ ໄດ້ ກ່າວສະແດງຄວາມຂອບໃຈຕໍ່ ການມອບເຄື່ອງຊ່ວຍເຫຼືອໃນ ຄັ້ງນີ້ ພ້ອມທັງໄດ້ມອບໃບສົມມະ ນາຄຸນໃຫ້ແກ່ ບໍລິສັດ ລັດວິສາຫະ ກິດຫວຍພັດທະນາ ຕື່ມອີກ. ໂດຍ: ພູສັນ ສາຍນ້ຳງື່ມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ