ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງເຊກອງ ສຸມໃສ່ວຽກງານແກ້ໄຂໄພພິບັດຢ່າງຕັ້ງໜ້າ
ເວລາອອກຂ່າວ: 2021-12-07 09:51:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ອີງຕາມບົດສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະ ຕິບັດວຽກງານແກ້ໄຂ ແລະ ບັນ ເທົາທຸກໄພພິບັດຮອບດ້ານ ປະ ຈຳປີ 2020 ແລະ ທິດທາງແຜນ ການເຝົ້າລະວັງ ແລະ ຄວບຄຸມ ໄພພິບັດລະດູແລ້ງ-ລະດູຝົນ ປະ ຈຳປີ 2021, ທີ່ສະເໜີໂດຍ ສະ ຫາຍ ພັນເອກ ຫຼອດ ນັນທະວົງ ຫົວໜ້າຫ້ອງເສນາທິການ, ຮອງ ຫົວໜ້າຄະນະອະນຸກຳມະການ ຕ້ານໄພພິບັດຂັ້ນກອງບັນຊາການ ທະຫານແຂວງເຊກອງໄດ້ຊີ້ແຈ້ງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດ ຊີ້ນໍາຂອງຄະນະກໍາມະການປ້ອງ ກັນໄພພິບັດຂັ້ນສູງກາງ ກໍຄື ຄະນະກໍາມະການປ້ອງກັນໄພ ພິບັດຂັ້ນແຂວງເຊກອງ ແລະ ຄໍາສັ່ງແນະນໍາຂອງກົມໃຫຍ່ເສ ນາທິການກອງທັບ ວ່າດ້ວຍ ການ ກຽມພ້ອມເຝົ້າລະວັງ ແລະ ຄວບ ຄຸມໄພພິບັດທີ່ອາດຈະເກີດຂຶ້ນ. ອີງຕາມຄວາມເຫັນດີເປັນເອກະ ພາບ ຂອງຄະນະສະເພາະກິດແກ້ໄຂໄພພິບັດກອງບັນຊາການທະຫານຫານແຂວງເຊກອງ, ຕະຫຼອດໄລຍະການຈັດຕັ້ງປະຕິບັດໃນປີຜ່ານມາ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ພ້ອມ ກັນເອົາໃຈໃສ່ນໍາເອົາທິດຊີ້ນໍາ ຂອງຄະນະພັກຂັ້ນເທິງແຕ່ລະ ຂັ້ນໄປຈັດຕັ້ງປະຕິບັດໜ້າທີ່ວຽກ ງານຕົວຈິງ, ນັບແຕ່ຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນກົມກອງລົງໄປຮອດຂັ້ນຮາກຖານຢ່າງຕໍ່ເນື່ອງ, ກ່ອນການຈັດຕັ້ງດຳ ເນີນແຕ່ລະໜ້າວຽກຕ້ອງມີແບບ ແຜນ-ແຜນການຢ່າງລະອຽດ, ມີການປຶກສາຫາລືກັນຢ່າງເປັນເອກະພາບຈາກຄະນະຊີ້ນຳແຕ່ ລະຂັ້ນ, ມີການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນການ ໃນແຕ່ລະໄລຍະຢ່າງລະອຽດ, ຊີ້ ນຳຂະແໜງການ, ພະນັກງານ- ນັກຮົບແຕ່ລະກົມກອງຕັ້ງໜ້າ ປະຕິບັດໜ້າທີ່ການເມືອງຂອງ ຕົນດ້ວຍຄວາມຮັບຜິດຊອບສູງ, ໃນການເປັນເຈົ້ານໍາພາ-ຊີ້ນໍາ ປະຕິບັດ ແລະ ເປັນກໍາລັງແຮງ ສັງລວມຂັ້ນແຂວງ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ຕິດຕາມການ ແຈ້ງການຂອງສະພາບດິນຟ້າ ອາກາດເປັນປົກກະຕີຈາກສູນ ກາງກໍຄືຂັ້ນທ້ອງຖິ່ນ, ຫັນເອົາ ກໍາລັງລົງໃກ້ຊິດກັບອຳ ນາດ ການປົກຄອງທຸກໆຂັ້ນ, ໃນ ການປະສານສົມທົບ ແລກປ່ຽນ ຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ອະທິບາຍໃຫ້ອຳນາດການປົກຄອງຖ້ອງຖິ່ນກໍຄື ປະຊາຊົນ ເຂົ້າໃຈຕໍ່ແນວງທາງການແກ້ໄຂ ແລະ ສະກັດກັ້ນບັນຫາໄພພິບັດ ທາງທໍາມະຊາດ ແລະ ອື່ນໆ. ໃຫ້ເປັນໜ້າທີ່ຄວາມຮັບຜິດຊອບ ຂອງໝົດທຸກຄົນທີ່ຈະຕ້ອງຮ່ວມ ມື, ຊ່ວຍເຫຼືອກັນ ບໍ່ວ່າຍາມທໍາ ມະດາ ກໍຄືຍາມພົບຄວາມຫຍຸ້ງ ຍາກນີ້ແມ່ນປັດໄຈພື້ນຖານຂອງ ກອງທັບ ແລະ ປະຊາຊົນ. ໃນປີ 2020 ຜ່ານມາ ບັນຫາ ໄພພິບັດທາງທໍາມະຊາດ ແລະ ບັນຫາອື່ນໆໄດ້ສົ່ງຜົນກະທົບຕໍ່ຊິ ວິດ ແລະ ຊັບສີນຂອງພົນລະ ເຮືອນ, ສໍານັກງານອົງການທ້ອງ ຖິ່ນ ຢູ່ແຂວງເຊກອງ ດັ່ງນີ້: ຖືກ ຜົນກະທົບມີທັງໝົດ 37 ບ້ານ, 1.350 ຄອບຄົວ, ມີ 9.890 ຄົນ, ຍິງ 4.486. ໃນນັ້ນ, ເສຍຊີວິດ 2 ຄົນ, ສູນຫາຍ 3 ຄົນ. ນອກຈາກນີ້, ຍັງໄດ້ສົ່ງຜົນກະທົບ ແລະ ສ້າງ ຄວາມເສຍຫາຍຕໍ່ພື້ນຖານໂຄງ ລ່າງ, ພື້ນຖານການສ້າງສາພັດ ທະນາເສດຖະກິດ-ສັງຄົມ ແລະ ອື່ນໆໃນທົ່ວແຂວງ ລວມມູນຄ່າ ທັງໝົດ : 56.900.000.000 ກວ່າກີບ. ສະຫາຍ ພັນເອກ ທອງສີ ກຸນຊະນະ ຫົວໜ້າການທະຫານ ທັງເປັນຫົວໜ້າຄະນະອະນຸກໍາ ມະການແກ້ໄຂໄພພິບັດຂັ້ນກອງ ບັນຊາການທະຫານແຂວງຍັງ ໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບບັນຫາທີ່ ກ່າວມານັ້ນ, ຄະນະພວກເຮົາ ໄດ້ເປັນເຈົ້າການສຸມກໍາລັງພົນ, ພາຫະນະລົດບັນທຸກເຮືອ ເຂົ້າກອບກູ້ເອົາຊິວິດ, ຊັບສີນ, ວັດຖຸ ແລະ ສັດລ້ຽງອື່ນໆໄປໄວ້ຢູ່ ເຂດທີ່ປອດໄພ ແລະ ໄດ້ ຮັບການ ຊີ້ນໍາຢ່າງໃກ້ຊິດຈາກການນໍາ ແຂວງເຮັດໃຫ້ການແກ້ໄຂບັນ ດາໜ້າວຽກຕ່າງໆສອດຄ່ອງ ກັບແນວທາງປ້ອງກັນໄພພິບັດ, ຍ້ອນຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດເປັນ ສໍາຄັນເຮັດໃຫ້ພະນັກງານ -ນັກ ຮົບມີຄວາມສະດຸ້ງໄວ ແລະ ເຂົ້າ ໃຈຕໍ່ແນວທາງການປ້ອງກັນແກ້ ໄຂ, ກອບກູ້ໄພພິບັດໄດ້ຢ່າງທັນ ກັບເຫດການ, ແຕ່ປັດສະຈາກບໍ່ ໄດ້ບັນຫາທີ່ເກີດຂຶ້ນ ເປັນຕົ້ນແມ່ນ ນໍ້າຖ້ວມໄວ, ດິນເຈື່ອນ, ອັກຄີ ໄພ ແລະ ອື່ນໆ..ແຕ່ເຖິງແນວໃດ ກໍຕາມຄະນະພວກເຮົາ ໄດ້ຖືເອົາ ວຽກງານດັ່ງກ່າວເປັນບັນຫາສໍາ ຄັນໃນການຊ່ວຍເຫຼືອປະຊາຊົນ. ສຳລັບທິດທາງແຜນການໃນ ຕໍ່ໜ້າແມ່ນຈະໄດ້ເຝົ້າລະວັງຕິດ ຕາມ ແລະ ຄວບຄຸມໄພພິບັດລະ ດູແລ້ງ-ລະດູຝົນ ປະຈຳປີ 2021 ນີ້, ໂດຍສຸມໃສ່ການຈັດຕັ້ງປະ ຕິບັດນໍາໃຊ້ກຳລັງ ແບ່ງອອກ ເປັນ 4 ພາກສ່ວນ. ໃນນັ້ນ, ມີ ຄະ ນະຊີ້ນຳ 7 ສະຫາຍ, ຄະນະຊີ້ ນຳຕົວຈິງຢູ່ພາກສະໜາມ ມີ 29 ສະຫາຍ, ນຳໃຊ້ກຳລັງຕົວຈິງໃນ 4 ກອງບັນ ຊາການທະຫານເມືອງ ປະຈໍາການ 128 ສະຫາຍ ແລະ ນໍາໃຊ້ກໍາລັງສໍາຮອງຂັ້ນໝວດ ກອງຮ້ອຍ, ກອງຮັນຢູ່ພາຍໃນ ກົມກອງອີກຈຳນວນໜຶ່ງ, ເພື່ອ ແນໃສ່ກຽມພ້ອມເຮັດສຳເລັດ ໜ້າທີ່ໃນທຸກໆດ້ານຕາມທີ່ໄດ້ ຮັບການຕົກລົງແຕ່ງຕັ້ງມອບ ໝາຍໃຫ້ຢ່າງມີປະສິດທິຜົນສູງ, ເພື່ອປະກອບສ່ວນເຂົ້າໃນການ ສະກັດກັ້ນ ແລະ ຕອບໂຕ້ໄພພິບັດ ທີ່ອາດຈະເກີດຂຶ້ນແຕ່ຫົວທີ, ຮັບ ປະກັນຫຼີກລ່ຽງຄວາມເສຍຫາຍ ທາງຊີວິດ ແລະ ຊັບສິນຂອງ ປະຊາຊົນບັນດາເຜົ່າ, ຖືເອົາການ ອູ້ມຊູຊ່ວຍເຫຼືອ, ການກອບກູ້-ຟື້ນຟູ ພາຍຫຼັງທີ່ໄດ້ຮັບຜົນກະ ທົບໃຫ້ວ່ອງໄວທີ່ສຸດ, ພ້ອມທັງ ເອົາໃຈໃສ່ຫັນກໍາລັງລົງກໍ່ສ້າງ ຮາກຖານການເມືອງ ເພື່ອປຸກລະ ດົມປະຊາຊົນໃຫ້ເປັນເຈົ້າການ ໃນການເຝົ້າລະວັງ, ຕິດຕາມ ບັນຫາອັກຄີໄພ-ໄພພິບັດນໍ້າຖ້ວມ ແລະ ອື່ນໆຢູ່ແຕ່ຈຸດທີ່ມີຄວາມ ສ່ຽງ ຫຼື ຂອບເຂດທີ່ຖືກຜົນກະທົບ ຕ້ອງມີການນໍາໃຊ້ພາຫະນະລົດ, ເຮືອ ແລະ ກໍາລັງແຮງງານ ເພື່ອ ຍົກຍ້າຍໄປສູ່ເຂດທີ່ມີຄວາມຮັບ ປະກັນ ແລະ ປອດໄພ. ໂດຍ: ວັນໄຊ ໄຊສະຫວັດ ຂໍ້ມູນ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ