ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮັບປະກັນວຽກງານວິຊາສະເພາະໄປສົມຄູ່ກັບການເຮັດໜ້າທີ່ການເມືອງ
ເວລາອອກຂ່າວ: 2021-12-07 09:50:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ວຽກງານເຄຫະສະຖານ ແມ່ນວຽກງານວິຊາສະເພາະໜຶ່ງ ທີ່ມີຄວາມສຳຄັນໃນການປັບປຸງກໍ່ສ້າງ ແລະ ພັດທະນາກົມກອງ ໃຫ້ມີຄວາມເຂັ້ມແຂງທາງດ້ານ ພື້ນຖານໂຄງລ່າງ. ດັ່ງນັ້ນ, ບໍ່ວ່າ ຢູ່ສຳນັກງານ , ອົງການ, ກົມ ກອງໃດກໍລ້ວນແຕ່ເອົາໃຈໃສ່ ຢ່າງເປັນຂະບວນ ການຟົດຟື້ນ. ໃນນີ້, ກອງຮ້ອຍກໍ່ສ້າງ ກອງ ພົນທີ 5 ກໍແມ່ນກົມກອງເອກະ ລາດໜື່ງທີ່ມີພາລະບົດບາດໃນ ການປະຕິບັດມະຕິຄຳສັ່ງຂອງ ຂັ້ນເທິງຢ່າງເຂັ້ມງວດ ເພື່ອຮັບ ປະກັນໃຫ້ກົມກອງເຮັດສຳເລັດ ໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້. ສະຫາຍ ພັນຕີ ທອງຄຳ ດວງວົງໄຊ ຫົວໜ້າການເມືອງ ກອງຮ້ອຍກໍ່ສ້າງ ກອງພົນທີ 5 ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ກົມ ກອງເຮັດສຳເລັດໜ້າທີ່ການ ເມືອງຂອງຕົນ, ຄະນະບັນຊາກອງ ຮ້ອຍກໍ່ສ້າງໄດ້ພ້ອມກັນເປັນເຈົ້າ ການໃນການປະຕິບັດໜ້າທີ່ວຽກ ງານວິຊາສະເພາະດ້ວຍຄວາມ ຮັບຜິດຊອບສູງ. ໃນນີ, ໄດ້ຖື ເອົາການສຶກສາອົບຮົມ-ການ ເມືອງແນວຄິດ ໃຫ້ພະນັກງານ ສະມາຊິກພັກ ນັກຮົບພາຍໃນ ກົມກອງຢ່າງເປັນປົກກະຕິ ໂດຍ ຖືເອົາບັນດາເອກະສານວັນປະ ຫວັດສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນທີ່ຂັ້ນເທິງຕອບສະໜອງ ໃຫ້ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເພື່ອສ້າງໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ຕໍ່ທິດທາງແຜນນະໂຍ ບາຍຂອງພັກກົດໜາຍຂອງລັດ ໃນໄລຍະໃໝ່ ຈຳແນກໄດ້ມິດ-ສັດ ຕູຢ່າງຈະແຈ້ງ ພ້ອມນັ້ນ, ຍັງຕີ ຖ້ອຍຕໍ່ປະກົດການຫຍໍ້ທໍ້ຕ່າງ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ພາຍໃນກົມກອງ. ຕໍ່ກັບຂົງເຂດ ວຽກງານວິຊາສະເພາະ ໄດ້ເອົາ ໃຈໃສ່ຊີ້ນຳພະນັກງານ-ນັກຮົບ ປະຕິບັດຂະບວນການແຂ່ງຂັນ ຕ່າງໆເປັນຕົ້ນແມ່ນຂະບວນ ການແຂ່ງຂັນຮັກຊາດພັດທະ ນາ, ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານ ທີ່ຄະນະ ພັກກະຊວງປ້ອງກັນປະເທດວາງ ອອກມາຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຂອງ ກົມກອງ. ໃນນີ້, ກົມກອງໄດ້ ສ້ອມແປງ ແລະ ຕິດຕັ້ງໄຟຟ້າ ໃນຂອບເຂດສຳນັກງານກອງພົນ ແລະ ກົມກອງຮາກຖານ, ຜະ ລິດໂຕະ, ຕັ່ງໃຫ້ສູນເຝິກ ຈຳນວນ 21 ຊຸດ, ເຮັດບານປະຕູໃຫ້ກອງ ຮ້ອຍ 404 ຈຳນວນ 25 ບານ, ກໍ່ສ້າງຮ່ອງລະບາຍນໍ້າເດີນກີ ລາກອງພົນ ສຳເລັດ 100%, ກໍ່ສ້າງກຳແພງອ້ອມໜອງປາ ຍາວ 408 ແມັດ ສຳເລັດ100%, ຜະລິດໂຕະ, ຕັ່ງນັ່ງສະໂມສອນ ກອງພົນ 25 ຊຸດ, ທາສີຂອບ ເສັ້ນທາງສຳນັກງານກອງພົນ ສຳເລັດ 100% ຕິດພັນກັບ ວຽກງານວິຊາສະເພາະກົມກອງ ຍັງໄດ້ຊີ້ນຳໃຫ້ພະນັກງານ-ນັກ ຮົບ ສ້າງເສດຖະກິດແກ້ໄຂຊີວິດ ການເປັນຢູ່ ໃນນີ້ ກົມກອງໄດ້ ປູກພືດຜັກຕາມລະດູການລ້ຽງ ສັດປີກຈໍານວນໜຶ່ງຜະລິດດິນ ບ໋ອກ 40.000 ກ້ອນ ເປັນເງິນ 60 ລ້ານກີບ. ນອກນັ້ນ, ຍັງໄດ້ ບໍ ລິການຜະລິດເຄື່ອງເຟີນີເຈີ ຕື່ມອີກ ລວມລາຍຮັບທັງໝົດ 72 ລ້ານກວ່າກີບ ເງິນຈຳນວນ ດັ່ງກ່າວນຳໃຊ້ເຂົ້າໃນການປັບ ປຸງກໍ່ສ້າງກົມກອງ ໃນນີ້, ໄດ້ ກໍ່ສ້າງຫໍຂ່າວ 1 ຫຼັງ, ກໍ່ສ້າງຫ້ອງ ການ ແລະ ນຳໃຊ້ເຂົ້າໃນການບົວ ລະບັດວັດຖຸໃນການນໍາໃຊ້ ເພື່ອ ຮັບປະກັນຮັບໃຊ້ໄດ້ຍາວນານ. ຈາກຜົນງານດັ່ງກ່າວກົມກອງ ໄດ້ຕີລາຄາແບ່ງປະເພດສະມາ ຊິກພັກແຂງ 22 ສະຫາຍ ຍິງ 1 ສະຫາຍ, ສຳຮອງ 2 ສະຫາຍ ແລະ ສະເໜີສ້າງໃໝ່ 2 ສະຫາຍ ຕີລາຄາຄຸນນະພາບສະມາຊິກ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 20 ສະຫາຍ ກວມເອົາ 90.90%, ຊາວໜຸມ່ນຳໜ້າໄດ້ 27 ສະຫາຍ, ຊາວໜຸ່ມແຂງ 9 ສະຫາຍ, ແມ່ ຍິງ 3 ດີ 3 ສະຫາຍ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ