ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຈໍາປາສັກເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ
ເວລາອອກຂ່າວ: 2021-12-07 09:47:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 85 | ຄວາມນິຍົມ:



ງຈໍາປາສັກເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ແລະ ຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງ ພັກ ໄດ້ຈັດຂຶ້ນໃນວັນທີ 3 ທັນວາ 2021 ນີ້, ຢູ່ທີ່ສະໂມສອນຂອງ ກົມກອງ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ຮອງເລຂາຄະນະພັກ ກອງບັນຊາການ, ຫົວໜ້າການ ເມືອງ ກອງບັນຊາການ ທະຫານ ແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ ພ້ອມດ້ວຍພະນັກງານສະມາຊິກພັກຫຼັກແຫຼ່ງໃນກົມກອງ ເຂົ້າຮ່ວມ. ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ໄດ້ກ່າວເນັ້ນໜັກຢ່າງ ເລີກເຊິ່ງເຖິງຄວາມໝາຍຄວາມສໍາຄັນຂອງເນື້ອໃນມະຕິຂອງສູນ ກາງພັກ ແລະ ຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງ ພັກ ໃນຄັ້ງນີ້ເພື່ອເປັນການເພີ່ມ ທະວີການນໍາພາຂອງພັກ ແລະ ຍັງໄດ້ກ່າວເນັ້ນໜັກກ່ຽວກັບ ການປະຕິບັດຄໍາສັ່ງຂອງຄະນະ ເລຂາທິການສູນກາງພັກ ໃຫ້ເປັນ ຮູບປະທໍາຕົວຈິງໂດຍສະເພາະ ວຽກງານການປັບປຸງກົງຈັກ ການຈັດຕັ້ງ, ການເຊື່ອມຊຶມກໍາ ແໜ້ນ ແລະ ປະຕິບັດມະຕິຂອງສູນ ການພັກນິຕິກໍາຂອງລັດ, ເອົາ ໃຈໃສ່ສະຫຼຸບຕີລາຄາຄືນການ ຈັດຕັ້ງປະຕິບັດ ແລະ ບົດບາດໜ້າ ທີ່ແບບແຜນວິທີເຮັດວຽກຂັ້ນ ຂອງຕົນ ເພື່ອພ້ອມກັນແກ້ໄຂຈຸດອ່ອນຢ່າງເດັດຂາດ ແລະ ພ້ອມ ກັນສົ່ງເສີມຈຸດດີນໍາໃຊ້ບຸກຄະ ລາກອນທີ່ມີຄຸນນະພາບສອດ ຄ່ອງກັບໜ້າທີ່ວຽກງານຕົວຈິງ ເພື່ອເຮັດໃຫ້ວຽກງານແຕ່ລະດ້ານ ໄດ້ມີຜົນສໍາເລັດຕາມເປົ້າໝາຍ ແລະ ຈຸດສຸມອັນແນ່ນອນທັນກັບ ສະພາບການຕາມຄວາມຮຽກ ຮ້ອງຕ້ອງການຂອງວຽກງານໃນ ແຕ່ລະໄລຍະ ໂດຍສະເພາະໃນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອຮັບປະກັນປົກປັກຮັກສາອໍານາດອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ. ສະຫາຍ ພັນໂທ ວິໄຊ ວໍລະວົງ ຄະນະພັກກອງບັນຊາ ການຮອງຫົວໜ້າຫ້ອງການ ເມືອງ, ທະຫານແຂວງຈໍາປາສັກ ໄດ້ຜ່ານຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການເພີ່ມທະວີວຽກງານປ້ອງ ກັນພາຍໃນ ສະພາບການໃໝ່ ເພື່ອເຮັດໃຫ້ການເຄື່ອນໄຫວ ວຽກງານປ້ອງກັນພາຍໃນຂອງ ກອງທັບເຮົາໃນຕໍ່ໜ້າມີຜົນສໍາ ເລັດດ້ວຍດີສະກັດກັ້ນ ແລະ ທັບມ້າງກົນອຸບາຍຍຸດທະສາດຂອງອິດທິປໍລະປັກໃຫ້ທັນເວລາ ແລະ ປ້ອງກັນກົມກອງ ກໍຄືກອງທັບ ເຮົາໃຫ້ມີຄວາມປອດໃສ ເຂັ້ມ ແຂງ ໜັກແໜ້ນ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ