ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ປະກາດການແຕ່ງຕັ້ງ ຫົວໜ້າການທະຫານ
ເວລາອອກຂ່າວ: 2021-12-07 09:44:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ:



ວັນທີ 3 ທັນວາ 2021 ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ປະກາດການແຕ່ງ ຕັ້ງຫົວໜ້າການທະຫານ, ໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີກົມພະນັກງານ, ບັນດາ ແຂກທີ່ຖືກເຊີນຈາກກົມກອງ ອ້ອມຂ້າງ, ມີຄະນະພັກ-ຄະນະ ບັນຊາ 6 ຫ້ອງ, 4 ກອງພັນ, ພະແນກການ ແລະ ກອງຮ້ອຍ ຮັບປະກັນເຂົ້າຮ່ວມ . ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະ ເທດ ວ່າດ້ວຍການແຕ່ງຕັ້ງຫົວ ໜ້າການທະຫານໂຮງຮຽນກໍ່ ສ້າງນາຍສິບ ເລກ 2 ວຽງໄຊ ແລະ ວ່າດ້ວຍການຍົກຍ້າຍ ນາຍທະຫານໄປຮັບໜ້າທີ່ໃໝ່. ໃນນີ້, ຕົກລົງແຕ່ງຕັ້ງຍົກຍ້າຍ ສະຫາຍ ພັນເອກ ວົງມະນີຈັນ ສາມະວົງ ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄປຮັບໜ້າທີ່ໃໝ່ຢູ່ໂຮງຮຽນກໍ່ ສ້າງນາຍສິບເລກ 2 ວຽງໄຊ ແລະ ແຕ່ງຕັ້ງຍົກຍ້າຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນ ກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄປຮັບໜ້າທີ່ໃໝ່ຢູ່ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ. ສະຫາຍ ພົນຕີ ວົງສອນ ອິນ ປານພິມ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບ ໜ້າທີ່ໃໝ່ ພ້ອມທັງເນັ້ນໜັກໃຫ້ ຍົກສູງຄວາມຮັບຜິດຊອບໜ້າທີ່ ການເມືອງຂອງຕົນໃນການນຳ ພາ-ຊີ້ນຳ ຂົງເຂດວຽກງານຕາມ ພາລະບົດບາດຂອງກົມກອງ, ສຸມໃສ່ແບບແຜນວິທີເຮັດວຽກ, ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ເອົາໃຈໃສ່ ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກ ດ້ານ, ເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜນແໜ້ນ ໜາ, ສືບຕໍ່ປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໃນທຸກດ້ານກ້າວໄປສູ່ການປັບປຸງ ບູລະນະກົງຈັກການຈັດຕັ້ງ ພາຍ ໃນໃຫ້ສອດຄ່ອງກັບໜ້າທີ່ວິຊາ ສະເພາະຕົວຈິງຂອງກົມກອງ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ