ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ ວສ-ປສ ທົດສອບປະສິດທິພາບເສື້ອເກາະກັນກະສຸນ
ເວລາອອກຂ່າວ: 2021-12-07 09:38:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ:



ໃນວັນທີ 3 ທັນວາ 2021, ຢູ່ທີ່ສະໝາມຍິງປືນສາກົນ 199 ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ ດຳເນີນການທົດສອບກວດກາປະ ສິດທິພາບຂອງເສື້ອເກາະກັນກະ ສຸນ A762, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ປະທານສະພາ ວິທະຍາສາດຂັ້ນລາງຫົວໜ້າກົມ ວິທະຍາສາດປະຫວັດສາດ-ການ ທະຫານ, ມີຄະນະສະພາວິທະ ຍາສາດຂັ້ນລາງ, ມີກົມສູ້ຮົບ, ກົມກຳລັງພົນ, ກົມອົບຮົມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍພັນໂທ ສັນຕິ ຫຼ່ຽມ ຜີ ຮອງຫົວໜ້າພະແນກວິທະຍາ ສາດກົມວິທະຍາສາດ-ປະຫວັດ ສາດການທະຫານ ໄດ້ໃຫ້ຮູ້ວ່າ: ໂຄງການຄົ້ນຄວ້າເສື້ອເກາະກັນ ກະສຸນເເມ່ນໜຶ່ງໃນບັນດາໂຄງ ການຄົ້ນຄວ້າທີ່ກົມ ວສ-ປສ ການ ທະຫານ ໄດ້ມີການປະດິດສ້າງ ແລະ ໄດ້ຮັບອະນຸມັດຈາກກະ ຊວງ ປ້ອງກັນປະເທດຕາມຂໍ້ຕົກລົງ ເລກທີ 1256/ກປທ ລົງວັນທີ 26 ກຸມພາ 2020. ຕະຫຼອດໄລ ຍະຫຼາຍເດືອນກົມ ວສ- -ປສ ການ ທະຫານແມ່ນໄດ້ດໍາເນີນການ ອອກແບບແລະທົດລອງຍິງກະ ສຸນແທ້ມາຫຼາຍຄັ້ງ, ໄດ້ທົດລອງ ຜະລິດແຜ່ນເກາະກັນກະສຸນອອກ ມາຫຼາຍປະເພດມີບາງປະເພດກໍມີປະສິດທິພາບຕາມເປົ້າໝາຍ ການຄິດໄລ່ໄວ້ແລະມີບາງປະ ເພດກໍບໍ່ໄດ້ຕາມເປົ້າໝາຍ. ດັ່ງ ນັ້ນເພື່ອເປັນການຮັບຮູ້ ແລະ ຢັ້ງ ຢືນທາງດ້ານປະສິດທິພາບຂອງ ເສື້ອເກາະກັນກະສຸນລຸ້ນ A762 ເຊິ່ງມີປະສິດທິພາບໃນການປ້ອງ ກັນກະສຸນອາວຸດປືນຂະໜາດ 7,62 ມມ ລົງມາ, ປືນ AKM, M 16 ແລະ ປືນສັ້ນເກືອບທຸກຊະນິດ. ເສື້ອເກາະ A762 ມີຂະໜາດ 25x30 ຊັງຕີແມັດ, ມີນໍ້າໜັກ 5,37 ກິໂລກຣາມ ທີ່ເປັນເສື້ອ ເກາະໃນລຸ້ນດຽວກັບຂອງຕ່າງປະ ເທດຈະມີນໍ້າໜັກ7,5 ກິໂກຣາມ ຂຶ້ນໄປ. ດັ່ງນັ້ນໃນມື້ນີ້ພວກເຮົາ ຈຶ່ງໄດ້ນໍາເອົາຜະລິດຕະພັນຈາກ ການຄົ້ນຄວ້າປະສິດທິພາບໃນ ການປ້ອງກັນອາວຸດປືນຮາບ ລຸ້ນ A762. ໃນນັ້ນ, ມີປືນ AKM, M16 ແລະ ປືນສັ້ນເກືອບທຸກຊະ ນິດ ສໍາລັບການທົດລອງຍິງແມ່ນ ໄດ້ນໍາໃຊ້ຫຸ່ນຍົນຕິດປືນAKM ເພື່ອຍິງເປົ້າໝາຍແທນຄົນ ຍິງໃນ ໄລຍະ 10 ແມັດ ເຊິ່ງເປັນໄລຍະຫ່າງທີ່ມີປະສິດທິພາບທີ່ສຸດ. ທັງ ນີ້ກໍເພື່ອຮັບປະກັນໃນການກະ ກຽມມອບຜະລິດຕະພັນເສື້ອ ເກາະກັນກະສຸນໃຫ້ແກ່ກະຊວງ ປ້ອງກັນປະເທດເພື່ອນໍາໄປມອບ ໃຫ້ກົມວິຊາສະເພາະໄດ້ນໍາໃຊ້ ເຂົ້າໃນວຽກງານຕົວຈິງຢ່າງມີ ປະສິດທິພາບສູງ. ໂດຍ: ຈ່ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ