ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໂຮງໝໍທະຫານແຂວງເຊກອງ ປິ່ນປົວຜູ້ຕິດເຊື້ອຫາຍດີຕື່ມອີກ 9 ຄົນ
ເວລາອອກຂ່າວ: 2021-12-03 09:20:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 456 | ຄວາມນິຍົມ:



ໃນວັນທີ 30 ພະຈິກ 2021, ສູນປິ່ນປົວພະຍາດໂຄວິດ-19 ໂຮງໝໍທະຫານແຂວງເຊກອງ ໄດ້ຈັດພິທີສົ່ງຜູ້ທີ່ເຂົ້າມາປິ່ນປົວ ແລະ ຫາຍດີຈາກພະຍາດໂຄວິດ- 19 ກັບຄືນສູ່ຄອບຄົວຂອງຕົນ ຈຳນວນ 9 ຄົນ, ໂດຍການເຂົ້າ ຮ່ວມຂອງ ທ່ານ ດຣ ພູຂັນ ຈັນ ທະວົງ, ຮອງພະແນກສາທາລະ ນະສຸກແຂວງ, ຄະນະກອງເລ ຂາສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ມີຄະນະພັກ-ຄະນະ ອຳນວຍການໂຮງໝໍທະຫານ ແຂວງ ພ້ອມດ້ວຍພະນັກງານ ແພດ-ໝໍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນຕີ ຈັນທາ ດວງໄພ ສີ ຄະນະອຳນວຍການໂຮງໝໍ ທະຫານແຂວງເຊກອງໄດ້ລາຍ ງານໃຫ້ຮູ້ວ່າ: ນັບແຕ່ເລີ່ມຕົ້ນ ອອກຂໍ້ຕົກລົງຂອງຄະນະປະຈຳ ພັກແຂວງ ວ່າດ້ວຍການຮັບຮອງ ເອົາໂຮງໝໍທະຫານແຂວງເຊ ກອງເປັນສູນກັກກັ້ນ ແລະ ປິ່ນ ປົວໂຄວິດ-19 ແລະ ອີງຕາມ ຕົວເລກທີ່ໄດ້ເລີ່ມຕົ້ນຮັບຄົນ ເຈັບເຂົ້າມາປິ່ນປົວຕົວຈິງຢູ່ໂຮງ ໝໍທະຫານແຂວງເຊກອງແຕ່ ວັນທີ 2/11/2021 ຈົນມາຮອດ ປັດຈຸບັນນີ້ ມີຄົນເຈັບທີ່ຕິດເຊື້ອ ໂຄວິດ-19 ຈໍານວນ 76 ຄົນ, ໃນນັ້ນປິ່ນປົວຫາຍດີອອກໂຮງ ໝໍສົ່ງກັບຄືນສູ່ຄອບຄົວໄປແລ້ວ ໃນໄລຍະຜ່ານມາ ຈຳນວນ 37 ຄົນ ແລະ ຈັດພິທີສົ່ງຜູ້ທີ່ປິ່ນປົວ ຫາຍດີອອກຈາກໂຮງໝໍໃນວັນ ທີ 30/11/2021 ເພີ່ມອີກຈຳ ນວນ 9 ຄົນ, ລວມ 46 ຄົນ, ສົ່ງ ໄປໂຮງໝໍອື່ນ 2 ຄົນ, ຍັງສືບຕໍ່ ປິ່ນປົວ 28 ຄົນ, ໃນນັ້ນມີພະນັກ ງານທະຫານ 2 ຄົນ, ພະນັກ ງານສາຍປົກຄອງ 10 ຄົນ, ປະ ຊາຊົນ 7 ຄົນ ແລະ ນັກຮຽນ- ນັກສຶກສາ 9 ຄົນ, ຄາດວ່າ: ໃນ ຕົ້ນເດືອນທັນວາ ປີ 2021 ຕໍ່ ໜ້ານີ້ ຍັງຈະໄດ້ຈັດພິທີສົ່ງຄົນ ເຈັບທີ່ປິ່ນປົວຫາຍດີອອກໂຮງ ໝໍເພີ່ມຂຶ້ນອີກຈໍານວນໜຶ່ງ, ຕະ ຫຼອດໄລຍະການຈັດຕັ້ງປະຕິບັດ ການປິ່ນປົວຄົນເຈັບ, ຄະນະອຳ ນວຍການ ກໍຄື ພະນັກງານແພດ-ໝໍແຕ່ລະສະຫາຍໄດ້ພ້ອມກັນ ສຸມທຸກສະຕິປັນຍາເອົາໃຈໃສ່ ເຂົ້າໃນການເບິ່ງແຍງດູແລຄົນ ເຈັບຢ່າງຕັ້ງໜ້າຈົນຄົບ 14 ວັນ, ໂດຍນຳໃຊ້ເຕັກນິກການປິ່ນປົວ ຕາມຫຼັກການວິຊາສະເພາະທີ່ ຕົນເອງໄດ້ຮຽນມາ ເພື່ອໝູນໃຊ້ ເຂົ້າໃນການຈັດຕັ້ງປະຕິບັດຕົວ ຈິງ ເຊິ່ງສາມມາດເຮັດໃຫ້ຄົນ ເຈັບຫາຍດີຈາກພະຍາດດັ່ງກ່າວ ແລະ ສາມາດຢືນຢັນໃຫ້ກັບຄືນ ສູ່ຄອບຄົວໄດ້, ສຳລັບຜູ້ທີ່ເຂົ້າ ມາປິ່ນປົວໃນແຕ່ລະຄົນ ໄດ້ພ້ອມ ກັນເອົາໃຈໃສ່ໃຫ້ຄວາມຮ່ວມມື ເປັນຢ່າງດີ ເປັນຕົ້ນແມ່ນປະຕິ ບັດລະບຽບຂອງການປິ່ນປົວ ກໍຄື ລະບຽບຂອງໂຮງໝໍວາງອອກ ຢ່າງຖືກຕ້ອງ-ເຂັ້ມງວດ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ