ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະບານລາວ ປະດັບຫຼຽນໃຫ້ 2 ບໍລິສັດຈີນ ທີ່ສໍາເລັດໂຄງການກໍ່ສ້າງທາງ ລົດໄຟ ລາວ-ຈີນ
ເວລາອອກຂ່າວ: 2021-12-03 09:13:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2828 | ຄວາມນິຍົມ:



ວັນທີ 1 ທັນວາ 2021 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນ ຫຼວງວຽງຈັນ ໄດ້ຈັດພິທີປະດັບ ຫຼຽນໃຫ້ 2 ບໍລິສັດຈີນ ທີ່ສໍາເລັດ ໂຄງການກໍ່ສ້າງທາງ ລົດໄຟ ລາວ-ຈີນ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ ໄດ້ຕາງ ໜ້າໃຫ້ລັດຖະບານລາວ ຂຶ້ນປະ ດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ ກຸ່ມລັດວິສາຫະກິດທາງລົດໄຟ ແຫ່ງຊາດ ສປ ຈີນ ຈຳກັດ ແລະ ປະ ດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ ບໍລິສັດທາງລົດໄຟ ລາວ-ຈີນ ເຊິ່ງ ທັງ 2 ພາກສ່ວນ ແມ່ນມີຜົນງານ ດີເດັ່ນ ປະກອບສ່ວນເຂົ້າໃນໂຄງ ການກໍ່ສ້າງທາງລົດໄຟ ລາວ-ຈີນ ນັບແຕ່ ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ທີ່ໃຊ້ໄລຍະເວລາ ໃນການກໍ່ສ້າງ 5 ປີ ເລີ່ມແຕ່ ( ທີ 1 ມັງກອນ 2017 - 31 ທັນວາ 2021) ແມ່ນໄດ້ສຳ ເລັດເປັນຢ່າງດີ. ຜົນງານດັ່ງ ກ່າວ, ເປັນການປະກອບສ່ວນ ອັນສຳຄັນໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະ ເທດ ສປປ ລາວ ແລະ ສປ ຈີນ. ໂດຍມີທ່ານ ຈ່ຽງ ຈ້າຍຕຸ່ງ ເອກ ອັກຄະລັດຖະທູດ ຜູ້ມີອໍານາດ ເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ພ້ອມດ້ວຍແຂກຖືກເຊີນ ຝ່າຍ ລາວ ແລະ ຈີນ ເຂົ້າຮ່ວມ. ທ່ານ ລັນ ແສງອຳພອນ ຮອງ ລັດຖະມົນຕີ ກະຊວງໂຍທາທິ ການ ແລະ ຂົນສົ່ງ ໄດ້ລາຍງານ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງ ລົດໄຟ ລາວ-ຈີນ ມີມູນຄ່າການ ລົງທຶນ 37,45 ຕື້ຢວນ (5,9 ລ້ານ ກວ່າໂດລາສະຫະລັດ ຕາມອັດຕາ ແລກປ່ຽນປີ 2016) ເຊິ່ງງົບປະ ມານການລົງທຶນ 40% ຈະເປັນ ເງິນຕົ້ນທຶນ ແລະ ອີກ 60% ເປັນ ເງິນກູ້ຢືມ ໂດຍບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ. ໂຄງການທາງ ລົດໄຟ ລາວ-ຈີນ ເປັນໂຄງການ ຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ລັດຖະບານ ແຫ່ງ ສປ ຈີນ ເຊິ່ງທັງສອງລັດ ຖະບານ ໄດ້ມອບໃຫ້ລັດວິສາຫະ ກິດລົດໄຟ ແຫ່ງ ຊາດຈີນ ແລະ ລັດວິສາຫະກິດລົດໄຟແຫ່ງຊາດ ລາວ ເປັນຜູ້ລົງທຶນ, ໂດຍສ້າງ ຕັ້ງບໍລິສັດຮ່ວມທຶນ ຄື: ບໍລິສັດ ທາງລົດ ໄຟລາວ-ຈີນ ຈໍາກັດ, ເຊິ່ງປະກອບດ້ວຍ 4 ຂາຮຸ້ນໃຫຍ່ ຄື: ບໍລິສັດລົງທືນລົດໄຟບໍ່ຫານ ວຽງຈັນ BVPC (ຈີນ) 40%; ລັດວິສະຫາກິດລົດໄຟແຫ່ງຊາດ ສປປ ລາວ LNRE (ລາວ) ຖືຮຸ້ນ 30%; ກຸ່ມບໍລິ ສັດລົງທຶນແຫ່ງ ຊາດຈີນ YUKUN (ຈີນ) ຖືຮຸ້ນ 20%; ກຸ່ມບໍລິສັດລົງທຶນແຂວງ ຢູນານ YIHG (ຈີນ) ຖືຮຸ້ນ 10%. ມາຮອດປັດຈຸບັນຄວາມ ຄືບໜ້າລວມຮອດເດືອນພະຈິກ 2021 ແມ່ນປະຕິບັດສຳລັດ 99,5%, ໃນນີ້ ໄດ້ແບ່ງເປັນ ແຕ່ລະໜ້າວຽກ ດັ່ງນີ້: ວຽກກໍ່ສ້າງພື້ນຖານໂຄງລ່າງລວມມີອຸໂມງ, ຂົວ, ພື້ນທາງ ສຳເລັດ 100%; ວຽກການປູລາງ ແຕ່ບໍ່ເຕັນ ຫາ ສະຖານີນະຄອນຫຼວງວຽງ ຈັນໃຕ້ ສຳເລັດ 100%; ວຽກໄຟ ຟ້າ ແລະ ການສື່ສານ (4 ລະບົບ): ສໍາເລັດ 99%; ວຽກການກໍ່ ສ້າງສະຖານີລົດໄຟ ລາວ-ຈີນ 10 ສະຖານີ, ການກໍ່ສ້າງສະຖາ ນີບໍ່ເຕັນ, ສະຖານີນາເຕີຍ, ສະ ຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງ ພະບາງ, ສະຖານີກາສີ, ສະຖາ ນີວັງວຽງ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫຼວງວຽງ ຈັນ ມີຄວາມຄືບໜ້າ ປະຕິບັດ ໄດ້ທັງໝົດ 98,9% ແລະ ວຽກ ໄກ່ເກ່ຍ ຂອງໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ: ມາຮອດ ວັນທີ 25 ຕຸລາ 2021 ໄດ້ສໍາເລັດ ການມອບ-ຮັບພື້ນທີ່ໃນຂອບເຂດ ແລວແດງ ແຕ່ບໍ່ເຕັນຫາສະຖານີ ສິນຄ້າວຽງຈັນໃຕ້ (ທ່ານາແລ້ງ) 100%. ສຳລັບການໄກ່ເກ່ຍ ແລວທາງເຂົ້າຫາສະຖານີ (ສະ ຖານີບໍ່ເຕັນ, ສະຖານີນາເຕີຍ, ສະ ຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງ ພະບາງ, ສະຖານີກາສີ, ສະຖານີ ວັງວຽງ, ສະຖານີໂພນໂຮງ, ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີສິນຄ້າວຽງຈັນ ໃຕ້) ແມ່ນກໍາລັງຈັດຕັ້ງປະຕິບັດ ຢູ່. ໂອກາດດັ່ງກ່າວ, ທ່ານ ຈູໂກ ຈ່ຽງ ປະທານສະພາບໍລິຫານ ລັດວິສາຫະກິດລົດໄຟຈີນສາກົນ, ປະທານສະພາບໍລິຫານລົດໄຟ ລາວ-ຈີນ ໄດ້ຕາງໜ້າກຸ່ມລັດວິສາຫະກິດທາງລົດໄຟແຫ່ງ ຊາດ ສປ ຈີນ ຈຳກັດ ກ່າວວ່າ: ລົດ ໄຟລາວ-ຈີນ ແມ່ນໂຄງການສັນ ຍາລັກທີ່ເຊື່ອມໂຍງຂໍ້ລິເລີ່ມ “ໜຶ່ງເເລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ແລະ ຍຸດທະສາດ “ຫັນ ຈາກປະເທດທີ່ບໍ່ມີຊາຍແດນຕິດ ກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ, ນັບແຕ່ໄດ້ເປີດການ ກໍ່ສ້າງໃນ ວັນທີ 25 ທັນວາ 2016 ເປັນຕົ້ນມາ, ໂດຍພາຍໃຕ້ຄວາມ ເອົາໃຈໃສ່, ຄວາມເປັນຫ່ວງ ເປັນໃຍ ແລະ ການຕັ້ງໜ້າຊຸກ ຍູ້ດ້ວຍຕົນເອງຂອງການນໍາສູງ ສຸດຂອງທັງສອງພັກສອງລັດ ລາວ-ຈີນ, ໂດຍມີການສະໜັບ ສະໜູນຢ່າງເຂັ້ມແຂງ ຈາກພາກ ສ່ວນທີ່ກ່ຽວຂ້ອງຂອງສອງລັດ ຖະບານ, ອໍານາດການປົກຄອງ ທ້ອງຖິ່ນ ກໍຄືປະຊາຊົນລາວບັນ ດາເຜົ່າ, ຜູ້ເຂົ້າຮ່ວມການກໍ່ສ້າງ ທັງລາວ ແລະ ຈີນ ນັບເປັນຫຼາຍ ສິບພັນຄົນ ໄດ້ຍຶດໝັ້ນແນວ ຄວາມຄິດ “ຮ່ວມກັນສ້າງສາ, ຮ່ວມກັນຊົມໃຊ້” ເປັນແນວຄິດ ຊີ້ນໍາໃນການຈັດຕັ້ງປະຕິບັດ, ໄດ້ຮ່ວມໄມ້ຮ່ວມມືກັນ, ສູ້ຊົນ ບາກບັ່ນ, ມຸ່ງໜ້າຜ່ານຜ່າອຸປະສັກ ຕ່າງໆນາໆດ້ວຍຄວາມກ້າຫານ ເຊັ່ນ: ໄດ້ເອົາຊະນະຄວາມຫຍຸ້ງ ຍາກທາງດ້ານທໍລະນີສາດ ແລະ ອຸປະສັກຈາກການແຜ່ລະບາດ ຂອງພະຍາດ ໂຄວິດ-19, ຈົນ ສາມາດຍາດເອົາໄຊຊະນະ ໃນ ບັ້ນຮົບການກໍ່ສ້າງ ແລະ ມີ ເງື່ອນ ໄຂພ້ອມໃນການເປີດໃຫ້ບໍລິການ ໃນ ວັນທີ 3 ທັນວາ 2021 ທີ່ຈະ ມາເຖິງນີ້. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ