ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 11 ສໍາເລັດບັ້ນຊ້ອມຮົບ ປະສານສຽງແຕກຍິງລູກປືນແທ້
ເວລາອອກຂ່າວ: 2021-12-03 09:05:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 436 | ຄວາມນິຍົມ:



ໃນວັນທີ 30 ພະຈິດ 2021 ນີ້, ກອງພັນໃຫຍ່ 11 ໄດ້ສໍາເລັດ ບັ້ນອົບຮົມ-ຫັດແອບຊ້ອມຮົບປະ ສານສຽງແຕກ ແລະ ຍິງລູກປືນ ແທ້ ປະຈໍາປີ 2021 (ກໍາປັ້ນ ເຫຼັກ 02) , ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ພັນ ແສງ ບຸນພັນ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີຕາງໜ້າບັນດາ ກົມທີ່ກ່ຽວຂ້ອງ ແລະ ພະນັກງານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ. ສະຫາຍ ພັນເອກ ກົງທອງ ສຸ ຂະວົງ ຫົວໜ້າການທະຫານກອງ ພັນໃຫຍ່ 11 ໄດ້ຄືນຜ່ານບົດສະຫຼຸບຕະຫຼອດໄລຍະຂອງການອົບ ຮົມ-ຫັດແອບຊ້ອມຮົບປະສານ ສຽງແຕກ ແລະ ຍິງລູກປືນແທ້ ສາມຂັ້ນຝ່າຍດຽວ ນັບແຕ່ ວັນທີ 2-30 ພະຈິກ 2021 ຜ່ານມາ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນການ ອົບຮົມ-ຫັດແອບຄັ້ງນີ້ ແມ່ນເປັນ ຄັ້ງທໍາອິດຂອງກອງພັນໃຫຍ່ 11 ທີ່ໄດ້ຈັດຕັ້ງການຫັດແອບຢ່າງ ເຕັມລະບົບ, ໂດຍການຫັດແອບ ໄດ້ແບ່ງອອກເປັນສອງພາກຄື: ການຫັດແອບ-ຊ້ອມຮົບເທິງແຜນ ທີ່ ແລະ ກາມຫັດແອບພາກສະ ໜາມຕົວຈິງ. ການຫັດແອບຢູ່ ພາກສະໜາມແມ່ນໄດ້ປະຕິບັດຄ້າຍຄືກັນກັບການອອກສູ້ຮົບຢູ່ສະໜາມຕົວຈິງ, ໂດຍມີການປະ ຕິບັດເຄື່ອນກໍາລັງອອກຈາກທີ່ ຕັ້ງເຂົ້າສູ່ເຂດເຕົ້າໂຮມປິດລັບ, ອອກຈາກເຂດເຕົ້າຮົມປິດລັບສູ່ ສະໜາມບຸກຕີ. ເຊິ່ງໄດ້ຫັດແອບ ລົງເລິກໃສ່ລໍາດັບການບັນຊາ ຂອງຂັ້ນກອງພັນ, ກອງຮ້ອຍ ແລະ ໝວດ. ໃນນັ້ນໄດ້ໃຫ້ແຕ່ລະ ຂັ້ນປະຕິບັດຂັ້ນຕອນຄາດກະແຜນການສູ້ຮົບ, ສືບສະໜາມ, ວາງແຜນການຕັດສິນໃຈ ແລະ ແຕ້ມແຜນຮ່າງສູ້ຮົບເທິງແຜນທີ່, ເຊິ່ງເຫັນໄດ້ວ່າແຕ່ລະພາກສ່ວນ ສາມາດກໍາແໜ້ນໄດ້ແຕ່ລະບາດ ກ້າວຂອງວຽກງານເສນາທິ ການ, ສາມາດກໍາແໜ້ນພູມີປະ ເທດ ແລະ ຮູ້ໝູນໃຊ້ພາຫະນະສູ້ ຮົບຈັດວາງເທດເໝາະກັບສະ ໜາມຕົວຈິງ. ຜ່ານການອົບຮົມ-ຫັດແອບຜ່ານມາເຫັນວ່ານາຍ ແລະ ພົນທະຫານທຸກພາກສ່ວນ ມີບົດຮຽນ ແລະ ກຳໄດ້ທຸກບາດ ກ້າວການເຄື່ອນໄຫວຕົວຈິງຂອງ ການເຄື່ອນທັບດີພໍສົມຄວນ, ທັງ ສາມາດຮັບປະກັນຄວາມປອດ ໄພໄດ້ໃນການປະສານສຽງແຕກ ຫຼາຍສິບຄັ້ງ ແລະ ຍິງລູກປືນແທ້ ສອງຄັ້ງ, ສາມາດດັບສູນເປົ້າ ໝາຍໄດ້ຕາມຄາດໝາຍ ແລະ ຮັກ ສາຄວາມປອດໄພໄດ້ 100%. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ພັນແສງ ບຸນພັນ ກໍໄດ້ ສະແດງຄວາມຊົມເຊີຍຢ່າງສູງຕໍ່ ຜົນສໍາເລັດໃນການອົບຮົມ-ຫັດ ແອບຊ້ອມຮົບປະສານສຽງແຕກ ຂອງກອງພັນໃຫຍ່ 11 ໃນຄັ້ງນີ້ ເຖິງແມ່ນວ່າຈະເປັນຄັ້ງທໍາອິດ ກໍຕາມ ແຕ່ໃນການອົບຮົມ-ຫັດ ແອບຊ້ອມຮົບປະສານສຽງແຕກ ເຫັນວ່າຄົບຖ້ວນຕາມລໍາດັບຂອງ ຜູ້ບັນຊາ, ໃນການຫັດແອບເຖິງ ວ່າຈະຢູ່ທ່າມກາງການລະບາດ ຂອງພະຍາດໂຄວິດ-19, ແຕ່ ດ້ວຍຄວາມຕັດສິນໃຈຂອງຄະ ນະພັກ-ຄະນະບັນຊາ ຈຶ່ງເຮັດໃຫ້ການຫັດແອບຄັ້ງນີ້ໄດ້ຮັບປະສິດ ທິຜົນສູງ. ພ້ອມນີ້ ສະຫາຍ ປະ ທານຍັງໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານທົ່ວຫອງພັນ ໃຫຍ່ 11 ຈົ່ງພ້ອມກັນນໍາເອົາບົດ ຮຽນນີ້ໄປຜັນຂະຫຍາຍໃຫ້ດີຂຶ້ນ ເປັນກ້າວໆ, ພ້ອມກັນດັດແກ້ສິ່ງ ທີ່ບົກຜ່ອງ, ກໍາແໜ້ນບັນດາບາດ ກ້າວບັນຊາຕາມວິຊາສະເພາະ ຂອງໃຜລາວ, ພ້ອມກັນພັດທະນາ ກົມກອງໄປຕາມຍຸກສະໄໝ, ເຝິກ ຝົນອ້າຍນ້ອງໃຫ້ມີຄວາມກ້າ ແກ່ນ, ຮັກສາໃຫ້ໄດ້ນາມມະຍົດ ຂອງກອງພັນໃຫຍ່ 11 ວ່າເປັນ ກໍາປັ້ນເຫຼັກຂອງກະຊວງປ້ອງ ກັນປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ