ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 4 ແລະ ທະຫານນະຄອນຫຼວງ ຈັດຕັ້ງປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ເວລາອອກຂ່າວ: 2021-12-03 09:02:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:



ໃນວັນທີ 30 ພະຈິກ 2021 ນີ້, ກອງພົນທີ 4 ແລະ ກອງບັນ ຊາ ການທະຫານນະຄອນຫຼວງວຽງ ຈັນ ໄດ້ຈັດຕັ້ງຮັບຟັງປາຖະກະ ຖາມູນເຊື້ອ 2 ວັນປະຫວັດສາດຄື: ວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2 ທັນວາ 1975 - 2 ທັນ ວາ 2021) ແລະ ວັນຄ້າຍວັນ ເກີດຂອງ ປະທານ ໄກສອນ ພົມ ວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ແລະ ເອກະສານສຳຄັນ ອີກຈຳນວນໜຶ່ງ. ໃນການປະຖະກະຖາຢູ່ແຕ່ລະ ກົມກອງໃນຄັ້ງນີ້ແມ່ນໄດ້ຍົກໃຫ້ ເຫັນມູນເຊື້ອຄວາມໝາຍ, ຄວາມ ສຳຄັນຂອງວັນຊາດ ທີ 2 ທັນວາ ເຊິ່ງເປັນວັນແຫ່ງໄຊຊະນະຂອງ ການຕໍ່ສູ້ທີ່ຍືດເຍື້ອຍາວນານ, ລະ ອິດລະອ້ຽວຢ່າງພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ໂດຍພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ ທີ່ສະ ຫຼາດຫຼັກແຫຼມ. ເຊິ່ງພັກໄດ້ເຕົ້າ ໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າລຸກຮື້ຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຜູ້ມາຮຸກ ຮານ ແລະ ການຄອບຄອງຂອງ ຈັກກະພັດລ່າເມືອງຂຶ້ນທັງແບບ ເກົ່າ ແລະ ແບບໃໝ່ ຢ່າງອົງອາດ ກ້າຫານຈົນສາມາດປົດປ່ອຍປະ ເທດໄດ້ຢ່າງມີໄຊ ແລະ ສະຖາປະ ນາຂຶ້ນເປັນປະເທດ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າ ງາມ. ເຊິ່ງເປັນວັນທີ່ປະຊາຊົນ ລາວບັນດາເຜົ່າມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ. ພ້ອມນີ້ແຕ່ລະກົມ ກອງຍັງໄດ້ຍົກໃຫ້ເຫັນມູນເຊື້ອ ການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ໃນແຕ່ລະ ໄລຍະເພື່ອໂຄສະນາສຶກສາອົບ ຮົມໃຫ້ນາຍ ແລະ ພົນທະຫານ, ພະນັກງານ, ນັກຮົບ ຕະຫຼອດ ຮອດລູກຫຼານຄົນຮຸ່ນໃໝ່ ໄດ້ຕັ້ງ ໜ້າເຝິກຝົນຫຼໍ່ຫຼອມຕົນເອງຮໍ່າ ຮຽນເອົາແບບຢ່າງອັນດີງາມ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ ໄປໝູນໃຊ້ເຂົ້າໃນວຽກງານຕົວ ຈິງຂອງຕົນໃຫ້ປະສົບຜົນສຳເລັດ ຢ່າງສຸດກົກສຸດປາຍ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດມອບໝາຍໃຫ້. ໃນການປະຖະກະຖາຢູ່ແຕ່ລະກົມ ກອງໃນຄັ້ງນີ້ແມ່ນມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ພະ ແນກການ ຕະຫຼອດຮອດພະນັກ ງານນັກຮົມ ເຂົ້າຮ່ວມຮັບຟັງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ