ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊືື້ອໃໝ່ 1,425 ຄົນ (ຕິດເຊື້ອພາຍໃນ 1,424 ຄົນ ແລະ ນຳເຂົ້າ 1 ຄົນ)
ເວລາອອກຂ່າວ: 2021-12-01 11:08:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 609 | ຄວາມນິຍົມ:



ໃນວັນທີ 29 ພະຈິກ ປີ 2021 ນີ້, ໂດຍໄດ້ຮັບການມອບໝາຍຈາກ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄການລະບາດພະຍາດໂຄວິດ-19, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວ່າໃນວັນທີ 30 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6,513 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,425 ຄົນ (ຕິດເຊື້ອພາຍໃນ ມີ 1,424 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,424 ຄົນ ຈາກ 18 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້: 1.ນະຄອນຫຼວງ 576 ຄົນ ໃນ 203 ບ້ານ ແລະ 9 ເມືອງ, ເມືອງຈັນທະບູລີ ມີ 22 ບ້ານ (50 ຄົນ), ເມືອງສີໂຄດຕະບອງ ມີ 35 ບ້ານ (92 ຄົນ), ເມືອງໄຊເສດຖາ ມີ 33 ບ້ານ (113 ຄົນ), ເມືອງສີສັດຕະນາກມີ 23 ບ້ານ (86 ຄົນ), ເມືອງ ນາຊາຍທອງ ມີ 20 ບ້ານ (45 ຄົນ), ເມືອງໄຊທານີ ມີ 37 ບ້ານ (110 ຄົນ), ເມືອງຫາດຊາຍຟອງ ມີ 25 ບ້ານ (38 ຄົນ), ເມືອງ ສັງທອງ 02 ບ້ານ (03 ຄົນ), ເມືອງ ປາກງື່ມ ມີ 04 ບ້ານ (32 ຄົນ), ຕ່າງແຂວງ ມີ 01 ຄົນ, ຍັງສືບຕໍ່ເອົາຂໍ້ມູນ 06 ຄົນ; 2.ໄຊຍະບູລີ ມີ 107 ຄົນ ໃນ 21 ບ້ານ ແລະ 3 ເມືອງ; 3.ບໍ່ແກ້ວ ມີ 97 ຄົນ ໃນ 25 ບ້ານ ແລະ 3 ເມືອງ; 4.ຄຳມ່ວນ ມີ 87 ຄົນ ໃນ 17 ບ້ານ ແລະ 5 ເມືອງ; 5.ຈຳປາສັກ ມີ 81 ຄົນ ໃນ 43 ບ້ານ ແລະ 7 ເມືອງ; 6.ສະຫວັນນະເຂດ ມີ 76 ຄົນ ໃນ 35 ບ້ານ ແລະ 6 ເມືອງ; 7.ຜົ້ງສາລີ ມີ 65 ຄົນ ໃນ 40 ບ້ານ ແລະ 7 ເມືອງ; 8.ອຸດົມໄຊ ມີ 60 ຄົນ ໃນ 15 ບ້ານ ແລະ 4 ເມືອງ; 9.ແຂວງວຽງຈັນ ມີ 50 ຄົນ ໃນ 27 ບ້ານ ແລະ 9 ເມືອງ; 10.ຊຽງຂວາງ ມີ 49 ຄົນ ໃນ 21 ບ້ານ ແລະ 4 ເມືອງ; 11.ໄຊສົມບູນ ມີ 45 ຄົນ ໃນ 6 ບ້ານ ແລະ 3 ເມືອງ; 12.ຫຼວງພະບາງ ມີ 42 ຄົນ ໃນ 22 ບ້ານ ແລະ 3 ເມືອງ; 13.ຫຼວງນ້ຳທາ ມີ 39 ຄົນ ໃນ 14 ບ້ານ ແລະ 2 ເມືອງ; 14.ອັດຕະປື 18 ຄົນ ໃນ 8 ບ້ານ ແລະ 3 ເມືອງ; 15.ສາລະວັນ ມີ 14 ຄົນ ໃນ 6 ບ້ານ ແລະ 3 ເມືອງ; 16.ຫົວພັນ ມີ 9 ຄົນ ໃນ 4 ບ້ານ ແລະ 3 ເມືອງ; 17.ບໍລິຄຳໄຊ ມີ 7 ຄົນ ໃນ 4 ບ້ານ ແລະ 3 ເມືອງ; 18.ເຊກອງ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ, ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກແຂວງສະຫວັນນະເຂດ. ມາຮອດວັນທີ 01 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 75,163 ຄົນ, ເສຍຊີວິດສະສົມ 178 ຄົນ (ໃໝ່ 08), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 595 ຄົນ, ກໍາລັງປິ່ນປົວ 11,853 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ