ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປກສ ແຂວງ ຄຳມ່ວນ ມອບລົດດັບເພີງໃຫ້ ກອງບັນຊາການ ປກສ ເມືອງຍົມມະລາດ
ເວລາອອກຂ່າວ: 2021-12-01 09:04:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 993 | ຄວາມນິຍົມ:



ໃນວັນທີ 26 ພະຈິກ 2021 ຜ່ານມານີ້, ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງ ຍົມມະລາດ ແຂວງຄຳມ່ວນ ໄດ້ ຈັດພິທີມອບ-ຮັບລົດດັບເພີງ ໂດຍ ການເຂົ້າຮ່ວມຂອງທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆຍົມມະ ລາດ, ສະຫາຍ ພັນໂທ ພູມາ ວັງ ມະລາດ ຮອງຫົວໜ້າຫ້ອງຕຳ ຫຼວດ ປກສ ແຂວງຄຳມ່ວນ, ຜູ້ ຊີ້ນຳວຽກງານຈາລະຈອນ- ມອດ ໄຟ, ມີຄະນະກອງບັນຊາການ ປກສ ເມືອງ ພ້ອມດ້ວຍພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ. ລົດດັບເພີງທີ່ນຳມາມອບໃນ ຄັ້ງນີ້ ແມ່ນລົດດັບເພີງຂະໜາດ ໃຫຍ່ສາມາດບັນຈຸນ້ຳໄດ້ 6.000 ລິດ ແລະ ນຳໃຊ້ເຂົ້າໃນວຽກງານ ມອດໄຟຢ່າງມີປະສິດທິຜົນສູງ ຈາກນັ້ນພິທີກໍໄດ້ເຊັນບົດບັນ ທຶກມອບ-ຮັບ ໂດຍການກ່າວ ມອບຂອງ ສະຫາຍ ພັນໂທ ພູມາ ວັງມະລາດ ຮອງຫົວໜ້າຫ້ອງຕຳ ຫຼວດ ປກສ ແຂວງ ຜູ້ຊີ້ນຳວຽກ ງານງານຈະລາຈອນ-ມອດໄຟ ແລະ ກ່າວຮັບໂດຍ ສະຫາຍ ພັນ ໂທ ຄຳອອນ ອຸດົມສີງ ຫົວໜ້າ ກອງບັນຊາການ ປກສ ເມືອງຍົມ ມະລາດ ໂດຍຊ່ອງໜ້າທ່ານ ບຸນ ທັນ ສຸວັນນະລາດ ເຈົ້າເມືອໆຍົມ ມະລາດ ມີບັນດາພະນັກງານທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າ ຮ່ວມເປັນສັກຂີພະຍານ. ໂອກາດດັ່ງກ່າວ ສະຫາຍ ພັນ ໂທ ຄຳອອນ ອຸດົມສິງ ຫົວໜ້າ ກອງບັນຊກາານ ປກສ ເມືອງຍົມ ມະລາດ ກໍໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະກອງບັນຊາການພ້ອມ ດ້ວຍພະນັກງານນັກຮົບພາຍໃນ ເມືອງ ກໍໄດ້ສະແດງຄວາມຂອບ ໃຈທີ່ທາງຄະນະພັກ-ຄະນະກອງ ບັນຊາການ ປກສ ແຂວງເຫັນໄດ້ ເຖິງຄວາມສຳຄັນດ້ານວຽກງານ ຈະລາຈອນ-ມອດໄຟ ພ້ອມທັງ ໃຫ້ຄໍາສັນຍາວ່າຈະນໍາໃຊ້ລົດ ດັ່ງກ່າວເຂົ້າໃນວຽກງານວິຊາສະ ເພາະໃຫ້ເກີດປະໂຫຍດສູງສຸດ. ໂດຍ: ແກ້ວດວງສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ