ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບໃບຍ້ອງຍໍຕໍາຫຼວດລາດຕະເວນທາງນໍ້າປະຈໍາສູນປະສານງານລາວ-ຈີນ
ເວລາອອກຂ່າວ: 2021-12-01 09:02:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 463 | ຄວາມນິຍົມ:



ໃນວັນທີ 27 ພະຈິກ 2021 ນີ້, ທີ່ສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ຈັດພິທີມອບໃບຍ້ອງຍໍສັນລະເສີນໃຫ້ເຈົ້າໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການ ຜູ້ທີ່ມີຜົນງານດີເດັ່ນປະຕິບັດ ໜ້າທີ່ຢູ່ສູນປະສານງານບ້ານ ມອມ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຫົວໜ້າຫ້ອງການເມືອງກອງ ບັນຊາການທະຫານແຂວງບໍ່ ແກ້ວ ແລະ ສະຫາຍ ຮ້ອຍເອກ ພູ່ເຈ່ ຫົວໜ້າສູນປະສານງານບ້ານ ມອມ ຝ່າຍຈີນ, ມີຄະນະພັກ-ຄະ ນະບັນຊາ 5 ຫ້ອງ ຕະຫຼອດຮອດ ພະນັກງານ ແລະ ວິຊາການ ຝ່າຍ ລາວ-ຈີນ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທອງ ອິນແກ້ວ ຫົວໜ້າພະແນກນະ ໂຍບາຍ ຫ້ອງການເມືອງກອງ ບັນຊາການທະຫານແຂວງບໍ່ ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍ ການຍ້ອງຍໍສັນລະເສີນ ເຈົ້າໜ້າທີ່ຝ່າຍຈີນ ແລະ ພາກ ສ່ວນວິຊາການ ຜູ້ທີ່ມີຜົນງານ ດີເດັ່ນ ປະຕິບັດໜ້າທີ່ປົກປັກຮັກ ສາ ແລະ ພັດທະນາ ຢູ່ສູນປະ ສານງານບ້ານມອມ ອີງຕາມຂໍ້ ກຳນົດຂອງກົມນະໂຍບາຍກົມ ໃຫຍ່ການເມືອງກອງທັບປະຊາ ຊົນລາວ ວ່າດ້ວຍການ ຍ້ອງ ຍໍສັນລະເສີນ ເຈົ້າໜ້າທີ່ຝ່າຍຈີນ ດັ່ງນັ້ນທາງ ກອງບັນຊາການ ທະຫານແຂວງ ຕົງລົງມອບໃບ ຍ້ອງຍໍໃຫ້ ຈໍານວນ 25. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ