ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 565 ສໍາເລັດການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-11-30 08:39:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 752 | ຄວາມນິຍົມ:



ວັນທີ 24 ພະຈິກຜ່ານມາ, ກອງພັນ 565 ກອງພົນທີ 5 ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນໂທ ສົມປອງ ວົງສີທອງ ຫົວໜ້າ ການທະຫານກອງພັນ 565, ມີຄະນະພັກ-ຄະນະບັນຊາ, ພະ ແນກການ, ຄູ-ອາຈານ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນຕີ ບຸນປອນ ເມກສະຫັວນ ຮອງຫົວໜ້າການ ທະຫານ ກອງພັນ 565 ໄດ້ຜ່ານ ແຜນການຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ຢູ່ພາກສະໜາມ ຕົວຈິງ, ເຊິ່ງເປັນການປະຕິບັດ ຕາມແຜນການອົບຮົມ-ຫັດແອບ ປະຈຳປີ 2021, ເພື່ອຍົກລະດັບ ຄວາມຮູ້ຄວາມສາມາດທາງ ດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບມີຄວາມ ຊຳນານ, ຄ່ອງແຄ້ວກຳແໜ້ນໄດ້ ທິດສະດີຫຼັກການໃນການນຳໃຊ້ອາວຸດຍຸດໂທປະກອນ ເພື່ອຮັບປະກັນການດັບສູນເປົ້າໝາຍມີ ປະສິດທິພາບສູງ. ສໍາລັບການ ຫັດແອບຍິງເປົ້າໝາຍດ້ວຍລູກ ປືນແທ້ໃນຄັ້ງນີ້ມີຈຳນວນພົນ ເຂົ້າຮ່ວມທັງໝົດ 150 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຍິງເປົ້າ ໝາຍຕົວຈິງ ສາມາດຕີລາຄາໄດ້ ຄື: ຂັ້ນເກັ່ງ 20 ສະຫາຍ, ຂັ້ນ ກາງ 32 ສະຫາຍ ແລະ ຮັບປະກັນ ຄວາມປອດໄພ 100%. ໂດຍ: ໄຊຍະພອນ ທິບພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ