ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບເຄື່ອງບໍລິໂພກ ໃຫ້ຂະແໜງກໍ່ສ້າງຮາກຖານ ກອງພັນໃຫຍ່ 11
ເວລາອອກຂ່າວ: 2021-11-30 08:37:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 540 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ບ້ານ ຈຳປາ, ຈັນສະຫວ່າງ, ວຽງຄຳ ແລະ ບ້ານປັກແຮດ ໄດ້ນຳເອົາ ເຄື່ອງບໍລິໂພກຈຳນວນໜຶ່ງລວມ ມູນຄ່າ 1 ລ້ານກວ່າກີບ ໄປມອບ ໃຫ້ຂະແໜງກໍ່ສ້າງຮາກຖານ ກອງພັນໃຫຍ່ 11 ເພື່ອນໍາໄປ ມອບຕໍ່ໃຫ້ພະນັກງານ-ນັກຮົບທີ່ ພວມປະຕິບັດໜ້າທີ່ອົບຮົມ-ຫັດແອບຊ້ອມຮົບປະສານສຽງແຕກຢູ່ພາກສະໜາມ ປະຈໍາປີ 2021 (ກໍາປັ້ນເຫຼັກ 02). ສະຫາຍ ພັນໂທ ສາລີ ຄຳ ກອງ ຫົວໜ້າຂະແໜງກໍ່ສ້າງຮາກ ຖານ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ ກອງພັນໃຫຍ່ 11 ກ່າວ ສະແດງຄວາມຂອບໃຈມາຍັງພໍ່ ແມ່ປະຊາຊົນ 4 ບ້ານດັ່ງກ່າວ ທີ່ເຫັນໄດ້ຄວາມໝາຍສໍາຄັນຂອງ ບັ້ນອົບຮົມ-ຫັດແອບກອງພັນ ໃຫຍ່ 11 ຈຶ່ງໄດ້ນໍາເອົາເຄື່ອງບໍລິ ໂພກມາມອບໃຫ້ໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນຊຸກຍູ້ພະ ນັກງານ-ນັກຮົບໃຫ້ມີກຳລັງໃຈ ໃນການປະຕິບັດໜ້າທີ່ອົບຮົມ-ຫັດແອບຊ້ອມຮົບໃຫ້ໄດ້ຮັບຜົນ ສໍາເລັດສູງ, ອີກດ້ານໜຶ່ງກໍເພື່ອ ເປັນການຮັດແໜ້ນຄວາມສາມັກ ຄີລະຫວ່າງກອງທັບກັບປະຊາ ຊົນ ກໍຄື 4 ບ້ານດັ່ງກ່າວກັບກອງ ພັນໃຫຍ່ 11 ໃຫ້ແໜ້ນແຟ້ນເລິກ ເຊິ່ງກວ່າເກົ່າ, ພ້ອມທັງກ່າວວ່າ: ຈະນຳເອົາເຄື່ອງດັ່ງກ່າວໄປ ມອບຕໍ່ໃຫ້ພະນັກງານ-ນັກຮົບຢູ່ສະໜາມຕົວຈິງໃຫ້ທົ່ວເຖິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ