ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊືື້ອໃໝ່ 929 ຄົນ (ຕິດເຊື້ອພາຍໃນ 928 ຄົນ ແລະ ນຳເຂົ້າ 1 ຄົນ)
ເວລາອອກຂ່າວ: 2021-11-29 12:15:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 460 | ຄວາມນິຍົມ:



ໃນວັນທີ 29 ພະຈິກ ປີ 2021 ນີ້, ໂດຍໄດ້ຮັບການມອບໝາຍຈາກ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄການລະບາດພະຍາດໂຄວິດ-19, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວ່າໃນວັນທີ 28 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5,045 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 929 ຄົນ (ຕິດເຊື້ອພາຍໃນ ມີ 928 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 928 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງ ເຊິ່ງມີລາຍລະອຽດ ດັ່ງນີ້: 1.ນະຄອນຫຼວງ 279 ຄົນ: ມາຈາກ 118 ບ້ານ, ໃນ 8 ເມືອງ, ເມືອງຈັນທະບູລີ ມີ 12 ບ້ານ (18 ຄົນ), ເມືອງສີໂຄດຕະບອງ ມີ 19 ບ້ານ (45 ຄົນ), ເມືອງໄຊເສດຖາ ມີ 24 ບ້ານ (79 ຄົນ), ເມືອງສີສັດຕະນາກມີ 13 ບ້ານ (24 ຄົນ), ເມືອງ ນາຊາຍທອງ ມີ 17 ບ້ານ (32 ຄົນ), ເມືອງໄຊທານີ ມີ 21 ບ້ານ (57 ຄົນ), ເມືອງຫາດຊາຍຟອງ ມີ 11 ບ້ານ (22 ຄົນ), ເມືອງ ປາກງື່ມ ມີ 01 ບ້ານ (01 ຄົນ), ຕ່າງແຂວງ ມີ 01 ຄົນ; 2. ຫຼວງພະບາງ ມີ 70 ຄົນ ໃນ 30 ບ້ານ ແລະ 6 ເມືອງ; 3.ແຂວງວຽງຈັນ ມີ 114 ຄົນ ໃນ 27 ບ້ານ ແລະ 8 ເມືອງ; 4.ຫຼວງນ້ຳທາ ມີ 15 ຄົນ ໃນ 11 ບ້ານ ແລະ 2 ເມືອງ; 5.ຜົ້ງສາລີ ມີ 38 ຄົນ ໃນ 7 ບ້ານ ແລະ 2 ເມືອງ; 6.ໄຊຍະບູລີ ມີ 59 ຄົນ ໃນ 10 ບ້ານ ແລະ 1 ເມືອງ; 7.ຈຳປາສັກ ມີ 51 ຄົນ ໃນ 29 ບ້ານ ແລະ 6 ເມືອງ; 8.ອຸດົມໄຊ ມີ 39 ຄົນ ໃນ 18 ບ້ານ ແລະ 4 ເມືອງ; 9.ເຊກອງ ມີ 4 ຄົນ ໃນ 2 ບ້ານ ແລະ 1 ເມືອງ; 10.ບໍລິຄຳໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 4 ເມືອງ; 11.ຄຳມ່ວນ ມີ 17 ຄົນ ໃນ 12 ບ້ານ ແລະ 2 ເມືອງ; 12.ສະຫວັນນະເຂດ ມີ 53 ຄົນ ໃນ 20 ບ້ານ ແລະ 6 ເມືອງ; 13.ບໍ່ແກ້ວ ມີ 60 ຄົນ ໃນ 27 ບ້ານ ແລະ 5 ເມືອງ; 14.ສາລະວັນ ມີ 17 ຄົນ ໃນ 7 ບ້ານ ແລະ 2 ເມືອງ; 15.ຊຽງຂວາງ ມີ 31 ຄົນ ໃນ 12 ບ້ານ ແລະ 2 ເມືອງ; 16.ຫົວພັນ ມີ 27 ຄົນ ໃນ 17 ບ້ານ ແລະ 3 ເມືອງ; 17.ໄຊສົມບູນ ມີ 10 ຄົນ ໃນ 4 ບ້ານ ແລະ 2 ເມືອງ; 18.ອັດຕະປື ມີ 28 ຄົນ ໃນ 9 ບ້ານ ແລະ 4 ເມືອງ; ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກ ບໍລິຄຳໄຊ, ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້. ມາຮອດວັນທີ 29 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 72,447 ຄົນ, ເສຍຊີວິດສະສົມ 166 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 581 ຄົນ, ກໍາລັງປິ່ນປົວ 11,598 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ