ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 3 ມອບເງິນນະໂຍບາຍ ໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີວິດ
ເວລາອອກຂ່າວ: 2021-11-29 10:30:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 703 | ຄວາມນິຍົມ:



ວັນທີ 25 ພະຈິກ 2021 ນີ້, ກອງພົນທີ 3 ໄດ້ຈັດພິທີມອບ ເງິນນະໂຍບາຍ ໃຫ້ແກ່ຄອບຄົວ ພະນັກງານຜູ້ທີ່ເສຍຊີວິດ ຢູ່ທີ່ພະ ແນກປະກັນສັງຄົມ ຫ້ອງການ ເມືອງ ກອງພົນທີ 3, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນໂທ ນິດໃສ ແກ້ວອຸດອນ ຫົວໜ້າພະ ແນກປະກັນສັງຄົມ, ສະຫາຍ ພັນ ໂທ ຈັນສອນ ໄຊຍະຄຳ ຫົວໜ້າພະ ແນກກວດກາ ກອງພົນທີ 3, ມີ ບັນດາຜູ້ຕາງໜ້າພະແນກການ ທີ່ກ່ຽວຂ້ອງ ແລະ ຄອບຄົວຜູ້ ເສຍຊີວິດ ເຂົ້າຮ່ວມ. ຈຳນວນເງິນທີ່ນຳມາ ມອບໃນຄັ້ງນີ້ລວມທັງໝົດ 150.648.240 ກີບ. ໃນນີ້, ມີຄອບຄົວພະນັກງານຜູ້ທີ່ໄດ້ ຮັບເງິນອຸດໜູນເສຍຊີວິດ ຈຳນວນ 4 ສະຫາຍ, ມີຊັ້ນ ພັນຕີ 1 ສະ ຫາຍ, ຊັ້ນວາທີ 1 ສະຫາຍ, ຄອບ ຄົວຂອງນາຍທະຫານ 1 ຄົນ, ລູກຂອງນາຍທະຫານ 1 ຄົນ. ໂອກາດດັ່ງກ່າວ, ສະຫາຍຫົວ ໜ້າພະແນກປະກັນສັງຄົມ ກອງ ພົນທີ 3 ໄດ້ມີຄຳເຫັນແນະນຳ ພ້ອມທັງຮຽກຮ້ອງໃຫ້ບັນດາຄອບຄົວຜູ້ທີ່ເສຍຊີວິດນຳເອົາ ເງິນຈຳນວນດັ່ງກ່າວນີ້ໄປນຳ ໃຊ້ໃຫ້ເປັນປະໂຫຍດເຂົ້າໃນ ການສ້າງສາພັດທະນາເສດຖະ ກິດ, ເຮັດໃຫ້ຄອບຄົວມີຄວາມ ເຂັ້ມແຂງ, ມີຄວາມກ້າວໜ້າດີ ຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ