ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍເອກະລາດ 51 ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2021-11-29 10:29:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 593 | ຄວາມນິຍົມ:



ໃນວັນທີ 26 ພະຈິກ 2021 ນີ້, ກອງຮ້ອຍເອກະລາດ 51 ໄດ້ຈັດຕັ້ງພະນັກງານ-ນັກຮົບ ສ້າງຂະບວນການອອກແຮງ ລວມພາຍໃນກົມກອງ, ໂດຍການ ຊີ້ນຳຂອງ ສະຫາຍ ພັນຕີ ວຽງ ສະໝອນ ປະວີເສີດ ຫົວໜ້າການ ທະຫານ ກອງຮ້ອຍເອກະລາດ 51. ສະຫາຍ ພັນຕີ ວຽງສະໝອນ ປະວີເສີດ ໃຫ້ຮູ້ວ່າ: ການຈັດຕັ້ງ ເຄື່ອນໄຫວອອກແຮງງານລວມ ໃນຄັ້ງນີ້ໄດ້ສຸມໃສ່ອະນາໄມ ສະຖານທີ່ຄ້າຍຄູ, ຂອບເຂດ ກະລາລົດ, ຂອບເຂດຮັບຜິດ ຊອບພາຍໃນກົມກອງ ເປັນ ຕົ້ນແມ່ນຕິດຄຳຂວັນ-ທາສີ, ປ້າຍປາໂນ, ຖາງປ່າ, ຕັດຫຍ້າ, ຂຸດຮ່ອງລະບາຍນ້ຳ, ຂຸດດິນຖົມ ບ່ອນເປັນຂຸມ, ເກັບຂີ້ເຫຍື້ອ ແລະ ທຳລາຍບ່ອນເພາະພັນຂອງຍຸງ ລາຍ. ນອກນັ້ນ, ຍັງໄດ້ບົວລະບັດ ຜັດເຊັດພາຫະນະເຕັກນິກທີ່ຂັ້ນ ເທິງປະກອບໃຫ້ມີຄວາມສະອາດ ຈົບງາມ ເພື່ອຮັບປະກັນກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ ໃຫ້. ທັງນີ້ ເພື່ອສ້າງຂະບວນ ການເປັນຜົນງານຂໍ່ານັບຮັບ ຕ້ອນວັນຊາດທີ 2 ທັນວາ ຄົບ ຮອບ 46 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ໃຫ້ເຕັມໄປ ດ້ວຍເນື້ອໃນຄວາມໝາຍ ຄວາມ ສຳຄັນຟົດຟຶ້ນຢ່າງຕໍ່ເນື່ອງ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ