ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດບ້ານປ້ອງກັນຊາດເຂັ້ມແຂງຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ
ເວລາອອກຂ່າວ: 2021-11-29 10:26:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 610 | ຄວາມນິຍົມ:



ໃນວັນທີ 19 ພະຈິກ 2021 ນີ້, ກອງບັນຊາການທະຫານ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ສົມທົບກັບອຳນາດການ ປົກຄອງບ້ານປາກສິດ ຈັດພິ ທີປະກາດ ບ້ານປາກສິດ ເປັນ ບ້ານປ້ອງກັນຊາດເຂັ້ມແຂງ ບ້ານທີ 41 ຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນ ປະທານຂອງ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງ ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ, ມີສະຫາຍ ພັນໂທ ສົມຊາຍ ພອນປະດິດ ຫົວໜ້າການເມືອງ ກອງບັນຊາການທະຫານ ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ, ມີຄະນະປະຈຳພັກເມືອງ, ຄະ ນະພັກ-ຄະນະບັນຊາກອງ ບັນຊາການທະຫານເມືອງຊຽງ ຮ່ອນ, ອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ. ສະຫາຍ ທອງວັນ ແກ້ວມະນີ ນາຍບ້ານ ບ້ານປາກສິດ ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດປະເມີນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ ເຊິ່ງໄດ້ຍົກໃຫ້ເຫັນໃນໄລຍະ ຜ່ານມາ, ຄະນະພັກຮາກຖານ ແລະ ອຳນາດການປົກຄອງ ບ້ານໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດ ເຮັດໃຫ້ປະຊາຊົນພາຍໃນບ້ານ ເຊື່ອມຊຶມກຳແໜ້ນບັນດາແນວ ທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ເປັນເຈົ້າການ ປະກອບສ່ວນເຂົ້າໃນການສ້າງ ບ້ານໃຫ້ມີຄວາມເຂັ້ມແຂງທາງ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມ ກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ ຕ່າງໆ ພາຍໃນບ້ານ ເຮັດໃຫ້ຂອບ ເຂດທີ່ບ້ານຮັບຜິດຊອບມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍດີ ເຊິ່ງສາມາດບັນລຸໄດ້ ຕາມທິດທາງເນື້ອໃນມາດຖານຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ 100%. ຫຼັງຈາກນັ້ນໄດ້ມອບ ໃບຢັ້ງຢືນໃຫ້ຄອບຄົວ ແລະ ບ້ານ ປ້ອງກັນຊາດເຂັ້ມແຂງບ້ານ ປາກສິດ ຈຳນວນ 47 ຄອບຄົວ. ໂອກາດດັ່ງກ່າວ, ທ່ານ ກົງ ທອງ ສິດທິໄຊ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ບັນດາສະຫາຍຄະນະ ຮັບຜິດຊອບທຸກພາກສ່ວນທີ່ໄດ້ ເອົາໃຈໃສ່ລົງໃກ້ຊິດຕິດແທດ ກັບອຳນາດການປົກຄອງ, ປະຊາຊົນເພື່ອສ້າງບ້ານປາກ ສິດເປັນຄອບຄົວ ແລະ ບ້ານ ປ້ອງກັນຊາດເຂັ້ມແຂງ. ພ້ອມ ນີ້, ຍັງໄດ້ຮຽກຮ້ອງໃຫ້ອຳ ນາດການປົກຄອງ, ປະຊາຊົນ ພາຍໃນບ້ານເອົາໃຈໃສ່ດ້ານ ຄວາມສາມັກຄີໃຫ້ແໜ້ນແຟ້ນ, ສ້າງພື້ນຖານດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການ ສຶກສາ, ສາທາລະນະສຸກ ແລະ ວຽກງານ ປກຊ-ປກສ ໃຫ້ ມີຄວາມເຂັ້ມແຂງ, ໜັກແໜ້ນ ໃນທຸກຂົງເຂດວຽກງານໃນໄລ ຍະໃໝ່. ໂດຍ: ອານຸສອນ ມານະຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ