ກອງພັນ 616 ທະຫານແຂວງບໍລິຄຳໄຊ ຊ້ອມຮົບຍິງລູກປືນແທ້
ເວລາອອກຂ່າວ: 2021-11-26 15:04:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1130 | ຄວາມນິຍົມ:
ພາຍຫຼັງການອົບຮົມ-ຫັດ
ແອບການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກປະ
ຈຳປີ 2021 ຂອງກອງພັນ 616 ທະຫານແຂວງບໍລິຄຳໄຊ ໄດ້ສຳເລັດລົງ, ມາຮອດວັນທີ 17 ພະຈິກ 2021 ນີ້ກໍໄດ້ມີການ ຈັດຕັ້ງຊ້ອມຮົບຍິງລູກປືນແທ້ ໂດຍນຳໃຊ້ 1 ໝວດທະຫານຮາບບຸກຕິສັດຕູຢູ່ພູຜາປ່າດົງ ຂຶ້ນຢູ່ທີ່ສະໝາມຫັດແອບຂອງ ກອງພັນ 616, ໂດຍພາຍໃຕ້ ການຊີ້ນໍາ-ນໍາພາຂອງ ສະຫາຍ ພັນໂທ ວຽງຄຳ ວົງຄຳຈັນ ຮອງຫົວໜ້າການທະຫານກອງ ພັນ 616, ມີຄະນະພັກ-ຄະນະ ບັນຊາກອງຮ້ອຍ, ຄູ-ອາຈານ ຕະຫຼອດຮອດພະນັກງານ-ນັກ ຮົບທົ່ວກົມກອງເຂົ້າຮ່ວມ.
ການຫັດແອບຊ້ອມຮົບຍິງ ດ້ວຍລູກປືນແທ້ໃນຄັ້ງນີ້ ສະຫາຍ ຮ້ອຍຕີ ວຽງທອງ ສອນທະວີສັກ ຊ່ວຍວຽກອົບຮົມກອງພັນ ກໍໄດ້ຂຶ້ນຜ່ານແຜນການຊ້ອມຮົບປະສານສຽງແຕກ ເພື່ອຮັບປະກັນຄວາມປອດໄພໃນການຊ້ອມຮົບ ໃຫ້ດຳເນີນໄປດ້ວຍຜົນສຳເລັດ, ຈາກນັ້ນ ສະຫາຍ ຮ້ອຍຕີ ບຸນມີ ຫຼວງເພັດ ຮັບຜິດຊອບບັນຊາ
ໝວດທະຫານຮາບບຸກຕີສັດຕູຢູ່ ພູຜາປ່າດົງ ກໍໄດ້ອະທິບາຍແຜນ ການກະກຽມວິທີການຈັດຕັ້ງ
ປະຕິບັດ ແລະ ຈັດຕັ້ງມອບໝາຍ ໜ້າທີ່ໃຫ້ບັນດາຫົວໜ້າໜູ່, ພະ
ນັກງານ-ນັກຮົບໃນໝວດຂອງ ຕົນໄດ້ເຊືຶ່ອມຊຶມ, ກຳແໜ້ນມີ
ຄວາມຕັດສິນໃຈສູງ ໃນການ
ປະຕິບັດໜ້າທີ່ວຽກງານຕົວຈິງ
ເພື່ອຮັບປະກັນຄວາມປອດໄພ
ແລະ ຮັບຜົນສຳເລັດໃນການຊ້ອມ ຮົບຢ່າງຈົບງາມ.
ໂດຍ: ວັນ ນ້ອຍວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ