ມອບຜ້າອັດປາກ-ດັງໃຫ້ໂຮງຮຽນກໍ່ສ້າງນາຍສິບ ເລກ 1
ເວລາອອກຂ່າວ: 2021-11-26 15:01:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 983 | ຄວາມນິຍົມ:
ຫວ່າງບໍ່ດົນມານີ້, ສະຫາຍ ພັນໂທ ສົມຈິດ ພູມີພົນ ພ້ອມດ້ວຍ
ຄອບຄົວ ໄດ້ນໍາເອົາຜ້າອັດປາກ -
ດັງ ຈຳນວນ 200 ກັບ ລວມມູນ
ຄ່າ 2 ລ້ານກີບ ໄປມອບໃຫ້ໂຮງ
ຮຽນກໍ່ສ້າງນາຍສິບ ເລກ 1 ເພື່ອ
ປະກອບສ່ວນຊຸກຍູ້ພະນັກງານ-ນັກຮົບທົ່ວໂຮງຮຽນໃນການ ປ້ອງກັນ ແລະ ຄວບຄຸມການລະ
ບາດຂອງພະຍາດໂຄວິດ-19.
ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 1
ພ້ອມຄະນະ, ສະຫາຍ ພັນເອກ
ສີລາວົງ ບຸນມີໄຊ ໄດ້ກ່າວສະ ແດງຄໍາຂອບໃຈຕໍ່ ຄອບຄົວ ສະຫາຍ ພັນໂທ ສົມຈິດ ພູມີພົນ ທີ່ເຫັນໄດ້ຄວາມໝາຍສໍາຄັນ ໃນວຽກງານຕ້ານສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ໂຮງຮຽນພວກ ເຮົາຈຶ່ງໄດ້ນໍາເອົາເຄື່ອງດັ່ງ ກ່າວ ມາມອບໃນຄັ້ງນີ້, ເຊິ່ງເປັນ ການປະກອບສ່ວນສໍາຄັນໃຫ້ພະ ນັກງານ-ນັກຮົບໄດ້ປ້ອງກັນ
ຕົນເອງໃຫ້ຫ່າງໄກຈາກພະ ຍາດໂຄ ວິດ-19, ພ້ອມທັງກ່າວ
ວ່າຈະນຳເອົາຜ້າອັດປາກ ຈຳ
ນວນດັ່ງກ່າວໄປແຈກຍາຍໃຫ້ພະ ນັກງານ-ນັກຮົບຢ່າງທົ່ວເຖິງ.
ໂດຍ: ນາງ ບຸນສີ ວົງສາຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ