ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບຜ້າອັດປາກ-ດັງໃຫ້ໂຮງຮຽນກໍ່ສ້າງນາຍສິບ ເລກ 1
ເວລາອອກຂ່າວ: 2021-11-26 15:01:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 935 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ສະຫາຍ ພັນໂທ ສົມຈິດ ພູມີພົນ ພ້ອມດ້ວຍ ຄອບຄົວ ໄດ້ນໍາເອົາຜ້າອັດປາກ - ດັງ ຈຳນວນ 200 ກັບ ລວມມູນ ຄ່າ 2 ລ້ານກີບ ໄປມອບໃຫ້ໂຮງ ຮຽນກໍ່ສ້າງນາຍສິບ ເລກ 1 ເພື່ອ ປະກອບສ່ວນຊຸກຍູ້ພະນັກງານ-ນັກຮົບທົ່ວໂຮງຮຽນໃນການ ປ້ອງກັນ ແລະ ຄວບຄຸມການລະ ບາດຂອງພະຍາດໂຄວິດ-19. ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 1 ພ້ອມຄະນະ, ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ໄດ້ກ່າວສະ ແດງຄໍາຂອບໃຈຕໍ່ ຄອບຄົວ ສະຫາຍ ພັນໂທ ສົມຈິດ ພູມີພົນ ທີ່ເຫັນໄດ້ຄວາມໝາຍສໍາຄັນ ໃນວຽກງານຕ້ານສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ໂຮງຮຽນພວກ ເຮົາຈຶ່ງໄດ້ນໍາເອົາເຄື່ອງດັ່ງ ກ່າວ ມາມອບໃນຄັ້ງນີ້, ເຊິ່ງເປັນ ການປະກອບສ່ວນສໍາຄັນໃຫ້ພະ ນັກງານ-ນັກຮົບໄດ້ປ້ອງກັນ ຕົນເອງໃຫ້ຫ່າງໄກຈາກພະ ຍາດໂຄ ວິດ-19, ພ້ອມທັງກ່າວ ວ່າຈະນຳເອົາຜ້າອັດປາກ ຈຳ ນວນດັ່ງກ່າວໄປແຈກຍາຍໃຫ້ພະ ນັກງານ-ນັກຮົບຢ່າງທົ່ວເຖິງ. ໂດຍ: ນາງ ບຸນສີ ວົງສາຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ