ກອງຮ້ອຍທະຫານຊາຍແດນ 253 ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-11-26 15:00:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 472 | ຄວາມນິຍົມ:
ວັນທີ 18 ພະຈິກຜ່ານມານີ້, ກອງຮ້ອຍທະຫານຊາຍແດນ 253 ທະຫານແຂວງບໍລິຄໍາໄຊ ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້, ພາຍຫຼັງທີ່ສໍາ
ເລັດບັ້ນອົບຮົມ-ຫັດແອບການ ທະຫານ, ການເມືອງ ແລະ ພະ
ລາທິການ-ເຕັກນິກ ປະຈຳປີ
2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ຮ້ອຍເອກ ສີສຸພັນ ໄຊຍະແສງ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 253, ມີຄະນະພັກ-ຄະນະບັນຊາ
ກອງຮ້ອຍ, ຄູ-ອາຈານ ແລະ ພະ ນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ວຽງ
ສະຫວັນ ພົມລາສີ ຮອງຫົວໜ້າ ການທະຫານກອງຮ້ອຍ ໄດ້ ລາຍງານການກະກຽມຄວາມ ພ້ອມຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ໃນຄັ້ງນີ້, ພ້ອມ ທັງຜ່ານແຜນການ, ແຜນຮ່າງຕ່າງໆທີ່ກ່ຽວຂ້ອງກັບການອົບ
ຮົມ-ຫັດແອບ ເພື່ອຮັບປະກັນ ໃຫ້ການຫັດແອບຍິງເປົ້າໝາຍຕົວ ຈິງດຳເນີນໄປດ້ວຍຜົນສໍາເລັດ ສູງ, ຈາກນັ້ນຄະນະຮັບຜິດຊອບ ກໍໄດ້ອະທິບາຍເນື້ອໃນທີ່ກ່ຽວຂ້ອງກັບການຍິງເປົ້າໝາຍຕົວຈິງ ແລະ ເນັ້ນໃຫ້ພະນັກງານ-ນັກຮົບກໍາແໜ້ນບັນດາເນື້ອໃນ ທິດສະດີຫຼັກການ, ມີຄວາມຕັດ ສິນໃຈສູງໃນການຍິງເປົ້າໝາຍ ຕົວຈິງໃຫ້ຊັດເຈນແມ້ນຢໍາ ແລະ
ຮັບປະກັນຄວາມປອດໄພ 100%. ໂດຍ: ຄຳປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ