ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 154 (ເຄມີ) ປະກອບສ່ວນວັດຖຸກໍ່ສ້າງ ພຣະພຸດທະຮູບ ຫຼວງພໍ່ແສນທັນໃຈ
ເວລາອອກຂ່າວ: 2021-11-26 14:57:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 356 | ຄວາມນິຍົມ:



ຫວ່າງບໍ່ດົນນີ້, ຄະນະພັກ-ຄະ ນະບັນຊາກອງຮ້ອຍ 154 (ເຄມີ) ກອງພົນທີ 4 ໄດ້ປະ ກອບສ່ວນຊຸກຍູ້ວັດຖຸເພື່ອນຳໄປ ສ້າງພຣະພຸດທະຮູບ (ຫຼວງພໍ່ ແສນທັນໃຈ) ຢູ່ວັດປ່າທຳມະ ແກ້ວແສງທອງ ບ້ານກົງນ້ອຍ ເມືອງອຸທຸມພອນ, ແຂວງສະ ຫວັນນະເຂດ, ກ່າວມອບໂດຍ ສະຫາຍ ພັນຕີ ໄຊສົມບູນ ເຮືອງ ໄຊ ຮອງຫົວໜ້າການເມືອງ ກອງຮ້ອຍ 154 (ຄມີ) ແລະ ກ່າວຮັບຂອງ ພຣະອາຈານ ຕຸ ຕິກຄະວິໂລ ປະທານອົງການພຸດ ທະສາສະໜາ (ອພສ) ເຂດ 2, ກຸ່ມບ້ານດົງນ້ອຍ ພ້ອມດ້ວຍ ອຳນາດການປົກຄອງບ້ານດົງ ນ້ອຍເຂົ້າຮ່ວມ. ວັດຖຸກໍ່ສ້າງທີ່ນຳມາປະກອບ ສ່ວນໃນຄັ້ງນີ້ລວມມີ: ຊີມັງ ຈຳນວນ 20 ເປົາ, ນໍ້າດື່ມ 6 ແພັກນ້ອຍ, ລວມເປັນເງິນ 700.000 ກີບ, ທັງນີ້ກໍເພື່ອນຳ ໄປປະກອບສ່ວນກໍ່ສ້າງພະພຸດ ທະຮູບດັ່ງກ່າວໃຫ້ມີໂຄງສ້າງທີ່ ແໜ້ນໜາຖາວອນ, ມີຄວາມຈົບ ງາມກາຍເປັນສູນລວມຈິດໃຈ ຂອງພໍ່ແມ່ປະຊາຊົນຜູ້ທີ່ມີຄວາມ ເຫຼື່ອມໃສທາງສາສະໜາພຸດຕະ ຫຼອດໄປ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ