ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2021-11-26 14:36:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 825 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ໄດ້ໄຂຂຶ້ນຢ່າງເປັນ ທາງການໃນວັນທີ 25-26 ພະ ຈິກ 2021 ນີ້, ຢູ່ຫໍປະຊຸມແຫ່ງ ຊາດ ນະຄອນຫຼວງວຽງຈັນ, ໂດຍໄດ້ຈັດເປັນສອງຮູບແບບ ຄື: ຮູບແບບປົກກະຕິຢູ່ນະຄອນ ຫຼວງວຽງຈັນ ແລະ ຮູບແບບ ທາງໄກ ຢູ່ບັນດາແຂວງທົ່ວປະ ເທດ ເນື່ອງຈາກສະພາບການ ແຜ່ລະບາດຂອງພະຍາດໂຄວິດ- 19, ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນ ກາງພັກ ປະທານແນວລາວສ້າງ ຊາດ ແລະ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ ປະທານປະ ເທດ ແຫ່ງ ສປປ ລາວ, ມີບັນ ດາການນໍາ-ອະດີດການນໍາ ຂັ້ນສູງຂອງພັກ-ລັດ, ບັນດາຜູ້ ແທນ ແລະ ແຂກຖືກເຊີນເຂົ້າ ຮ່ວມ. ທ່ານ ສິນລະວົງ ຄຸດໄພທູນ ໄດ້ ຂຶ້ນຜ່ານບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງແນວລາວ ສ້າງຊາດ. ພາຍໃຕ້ຫົວຂໍ້ຕີລາຄາ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງ ຊາດ, ເພີ່ມທະວີວຽກງານແນວ ໂຮມໃນໄລຍະໃໝ່. ທິດທາງໜ້າ ທີ່, ຄາດໝາຍ ແລະ ແຜນວຽກ ຈຸດສຸມຂອງຄະນະກໍາມະການ ແນວລາວສ້າງຊາດ ໄລຍະປີ 2021-2026. ໃນຕະຫຼອດໄລ ຍະ 5 ປີ ຜ່ານມາ ແນວລາວ ສ້າງຊາດທຸກຂັ້ນໄດ້ເອົາໃຈໃສ່ຕໍ່ ການເຕົ້າໂຮມຄວາມສາມັກຄີ ປະຊາຊົນຊັ້ນຄົນຕ່າງໆທີ່ຢູ່ ອ້ອມຂ້າງຕົນ, ພະຍາຍາມຢ່າງ ບໍ່ລົດລະຕໍ່ການສຶກສາອົບຮົມ ນໍ້າໃຈຮັກຊາດ, ຮັກລະບອບປະ ຊາທິປະໄຕປະຊາຊົນ, ເສີມສ້າງ ພັນທະພາບລະຫວ່າງຊົນຊັ້ນກຳ ມະກອນ-ຊາວກະສິກອນ, ປັນຍາ ຊົນ, ພະນັກງານ-ລັດຖະກອນ ໃນທົ່ວສັງຄົມຢ່າງຕັ້ງໜ້າ, ໄດ້ ຈັດຕັ້ງປະຕິບັດໂຄງການ-ແຜນ ງານສ້າງຄອບຄົວ ແລະ ສ້າງ ບ້ານສາມັກຄີປອງດອງ, ສ້າງ ກອງທຶນພັດທະນາຊົນນະບົດ, ໄດ້ຈັດຕັ້ງການພົບປະຢ້ຽມຢາມ ແລະ ຈັດກອງປະຊຸມຜູ້ຊົງຄຸນ ວຸດທິບັນດາເຜົ່າ, ຈັດຕັ້ງການ ຊ່ວຍເຫຼືອສົງເຄາະບັນເທົາທຸກ ໃນຫຼາຍກິດຈະກຳ ເປັນຕົ້ນຕໍ່ ເຫດການເຂື່ອນໄຟຟ້າແຕກ, ໄພພິບັດ, ການລະບາດຂອງພະ ຍາດໂຄວິດ-19, ເຂົ້າຮ່ວມງານ ບຸນປະເພນີຂອງເຜົ່າຕ່າງໆ, ການໄກເກ່ຍແກ້ໄຂຂໍ້ຂັດແຍ່ງ ຄວາມບໍ່ເຂົ້າອົກເຂົ້າໃຈກັນຢູ່ ບາງບ່ອນ ແລະ ປຸກລະດົມນັກ ທຸລະກິດຈຳນວນໜຶ່ງເຂົ້າໄປຊ່ວຍ ເຫຼືອຜູ້ທຸກຍາກດ້ອຍໂອກາດ. ຜົນງານທີ່ພົ້ນເດັ່ນໂດຍສະເພາະ ໄດ້ເປີດຂະບວນການສ້າງຄອບ ຄົວ ແລະ ບ້ານສາມັກຄີປອງ ດອງທົ່ວປະເທດ ໂດຍມີການ ເຝິກອົບຮົມ, ຊຸກຍູ້, ຕິດຕາມ ແລະ ປະເມີນຜົນຂະບວນການ ດັ່ງກ່າວໃນແຕ່ລະໄລຍະ, ເຊິ່ງ ມາຮອດປັດຈຸບັນໃນທົ່ວປະເທດ ໄດ້ຮັບຮອງຄອບຄົວສາມັກຄີ ຈຳນວນ 876.875 ຄອບຄົວ, ບ້ານສາມັກຄີປອງດອງຈຳ ນວນ 5.561 ບ້ານ. ເພີ່ມທະ ວີຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນລາວທັງຊາດ, ເຕົ້າໂຮມກຳລັງແຮງຂອງປະ ຊາຊົນທຸກຊັ້ນຄົນ, ປະກອບ ສ່ວນຢ່າງແຂງແຮງເຂົ້າໃນພາ ລະກິດປົກປັກຮັກສາ-ສ້າງສາ ປະເທດຊາດ ແລະ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນ ຈິງ. ກອງປະຊຸມຍັງໄດ້ສະເໜີຮ່າງ ແຜນພັດທະນາອົງການແນວ ລາວສ້າງຊາດ 5 ປີ (2021-2025), ສະເໜີຮ່າງປັບປຸງກົດ ລະບຽບແນວລາວສ້າງຊາດ ສະ ໄໝທີ XI, ກອງປະຊຸມຍັງໄດ້ ຜັດປ່ຽນກັນຂຶ້ນປະກອບຄໍາຄິດ ເຫັນຂອງຜູ້ແທນໃສ່ບັນດາບົດ ລາຍງານ, ຮ່າງແຜນວຽກຕ່າງໆ ຢ່າງເປັນເອກະພາບ ແລະ ກົງ ໄປກົງມາ. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ