ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງພະບາງ ສຳເລັດການຄັດເລືອກ ຊາວໜຸ່ມເຂົ້າເປັນທະຫານໃໝ່ ປະຈຳປີ 2021
ເວລາອອກຂ່າວ: 2021-11-25 10:11:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 510 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຄັດເລືອກ ເອົາຊາວໜຸ່ມປະຊາຊົນປະຕິວັດ ລາວ ເຂົ້າເປັນທະຫານພັນທະປະ ຈໍາປີ 2021 ວັນທີ 23 ພະຈິກ 2021 ນີ້, ຢູ່ເດີ່ນ 20 ມັງກອນ ຂອງກອງບັນຊາການທະຫານ ແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພັນໂທ ຄໍາສອນ ໂພທິວັນ ຫົວໜ້າຫ້ອງເສນາທິການທະ ຫານແຂວງ, ມີຜູ້ຕາງໜ້າຈາກ ພະແນກກໍາລັງພົນ, ກວດກາ, ປ້ອງກັນພາຍໃນ, ເສນາຮັກ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ໄພວັນ ເພັງສຸວັນ ຫົວໜ້າພະແນກກໍາ ລັງພົນ, ຫ້ອງເສນາທິການທະ ຫານແຂວງ ໄດ້ໃຫ້ຮູ້ວ່າ: ການ ຄັດເລືອກຊາວໜຸ່ມເຂົ້າມາຮັບ ໃຊ້ຖັນແຖວກອງທັບປະຊາຊົນ ລາວ ປະຈໍາປີ 2021 ໄດ້ປະຕິ ບັດຕາມແຈ້ງການ ວ່າດ້ວຍ ການມອບຕົວເລກລະດົມພົນ ປີ 2021, ອີງຕາມກົດໝາຍພັນ ທະປ້ອງກັນຊາດ ວ່າດ້ວຍ ການ ກວດກາຄັດເລືອກທະຫານໃໝ່, ເຊິ່ງການຄັດເລືອກໄດ້ວັດແທກ ອຸນຫະພູູມ, ລວງສູງ, ສາຍຕາ, ນໍ້າໜັກ, ກວດກາຫາເຊື້ອພະຍາດ ພາຍໃນ, ທາດສິ່ງເສບຕິດ, ປະ ຫວັດຫຍໍ້, ປະກາສະນີຍະບັດ, ລະດັບການສຶກສາ ແລະ ເອກະ ສານທີ່ກຽວຂ້ອງ. ອີງໃສ່ຄໍາສັ່ງ ຂອງກົມໃຫຍ່ເສນາທິການກອງ ທັບ ຕ້ອງລະດົມໃຫ້ໄດ້ທັງ ໝົດ 124 ສະຫາຍ ເພື່ອສົ່ງ ມອບໃຫ້ກະຊວງປ້ອງກັນປະເທດ 50 ສະຫາຍ, ແລະ ປະກອບບັນ ຈຸຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ 74 ສະ ຫາຍ, ເຊິ່ງແຕ່ລະສະຫາຍຕ້ອງ ໄດ້ຜ່ານການກວດກາຄັດເລືອກ ຄົບຖ້ວນຕາມ 10 ມາດຖານ ເງື່ອນໄຂທີ່ໄດ້ກໍານົດໄວ້. ໂອກາດນີ້, ສະຫາຍ ພັນໂທ ຄໍາສອນ ໂພທິວັນ ໄດ້ກ່າວວ່າ: ການຄັດເລືອກເອົາຊາວໜຸ່ມ ເຂົ້າເປັນທະຫານໃໝ່ໃນຄັ້ງນີ້ ເພື່ອຮັບປະກັນໄດ້ຊາວໜຸ່ມຜູ້ທີ່ມີສຸຂະພາບທີ່ແຂງແຮງ, ມີ ມາດຖານເງື່ອນໄຂ ເພື່ອປະກອບ ບັນຈຸເຂົ້າໃນກໍາລັງປະກອບອາ ວຸດໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍ ແນໃສ່ເຮັດໃຫ້ການເຄື່ອນ ໄຫວປະຕິບັດ 2 ໜ້າທີ່ຍຸດທະ ສາດຂອງພັກບັນລຸຕາມຈຸດປະ ສົງ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ