ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

59 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ
ເວລາອອກຂ່າວ: 2021-11-24 10:24:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 159 | ຄວາມນິຍົມ:



ວັນທີ 22 ພະຈິກ 1962, ແມ່ນວັນສ້າງຕັ້ງໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ ເປັນວັນ ທີ່ມີຄວາມໝາຍທາງປະຫວັດ ສາດສຳຄັນຂອງ ຊາດ, ຂອງ ກອງທັບ, ຂອງໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ ໝຸນ ວຽນມາ ຄົບຮອບ 59 ປີ (22 ພະ ຈິກ 1962 -22 ພະຈິກ 2021). 59 ປີ ແຫ່ງການເຕີບໃຫຍ່ຂະ ຫຍາຍຕົວຂອງໂຮງຮຽນກໍ່ສ້າງ ນາຍສິບ ເລກ 2 ວຽງໄຊ ເຊິ່ງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເສຍ ສະຫຼະນາໆປະການເຂົ້າໃນການ ກໍ່ສ້າງບຸກຄະລາກອນຮຸ່ນສືບ ທອດທີ່ມີຄຸນະພາບໃຫ້ແກ່ກອງ ທັບປະຊາຊົນລາວ, ເຮັດໃຫ້ກອງ ທັບເຮົາມີຄວາມຈົງຮັກພັກດີຕໍ່ ພັກ-ລັດ, ປະຊາຊົນ, ມີຄວາມໜັກ ແໜ້ນທາງດ້ານການເມືອງ-ແນວ ຄິດ, ເຂັ້ມແຂງທາງດ້ານການຈັດ ຕັ້ງ, ມີລະບຽບວິໄນເຂັ້ມງວດ ສາມາດຕີເອົາຊະນະສັດຕູທຸກໂຕ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກ ປັກຮັກສາ ແລະ ການສ້າງສາ ພັດທະນາປະເທດຊາດໃຫ້ຮຸ່ງ ເຮືອງສີວິໄລ, ສັງຄົມມີຄວາມສະ ຫງົບປອດໄພ, ມີຄວາມສີວິໄລ, ຍຸຕິທຳປະຊາຊົນຍູ່ທ່າງທຳມາ ຫາກິນດ້ວຍຄວາມເບີກບານ ມ່ວນຊື່ນ. ການສ້າງຕັ້ງໂຮງຮຽນວັດທະ ນະທຳຊວນທັນ ໃນເວລານັ້ນ ແມ່ນ ຄວາມຈຳເປັນໃນການປັບປຸງກໍ່ ສ້າງກຳລັງປະຕິວັດ ເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງພາລະກິດປົດປ່ອຍປະ ເທດຊາດຂອງພວກເຮົາ ຍ້ອນ ແນວນັ້ນ, ຄະນະພັກການທະຫານ ສູນກາງ, ກອງບັນຊາການທະ ຫານສູງສຸດຂອງກອງທັບລາວ ອິດສະຫຼະ ໄດ້ຕົກລົງປະກາດເອົາ ສູນອົບຮົມການເມືອງ-ການທະ ຫານ ຊວນທັນ ມາເປັນໂຮງຮຽນ ວັດທະນະທຳ ກອງທັບລາວອິດ ສະຫຼະຂຶ້ນເປັນແຫ່ງທໍາອິດຢູ່ຊວນ ທັນ ເມືອງກຸຍເຮີບ ແຂວງເຫງ້ ອານ ສສ ຫວຽດນາມ ໃນວັນ ທີ 22 ພະຈິກ 1962 ໃສ່ຊື່ວ່າ ໂຮງຮຽນວັດທະນະທຳຊວນທັນ, ໄລຍະທີ່ໂຮງຮຽນຕັ້ງຢູ່ ສສ ຫວຽດນາມ ໄດ້ຮັບການຊ່ວຍເຫຼືອ ຮອບດ້ານຈາກພັກ-ລັດ, ປະຊາ ຊົນຫວຽດນາມອ້າຍນ້ອງ. ໃນ ໄລຍະນັ້ນ ໂຮງຮຽນປະຕິບັດ 2 ພາລະບົດບາດ ຄື: 1. ສິດສອນ- ຮໍ່າຮຽນວັດທະນະທຳ, ການ ເມືອງ, ການທະຫານ, ກຽມ ພ້ອມສູ້ຮົບກັບທີ່; 2. ກຽມອອກ ສະໜາມໃນເມື່ອປະເທດຊາດ ຮຽກຮ້ອງຕ້ອງການ. ມາຮອດ ເດືອນມິຖຸນາ 1976 ສູນກາງພັກ ແລະ ລັດຖະບານຈຶ່ງຕົກລົງຍົກ ຍ້າຍໂຮງຮຽນມາຕັ້ງຢູ່ບ້ານນາ ໄກ ເມືອງວຽງໄຊ ແຂວງຫົວ ພັນ ເຊິ່ງແມ່ນຖານທີ່ໝັ້ນການປະ ຕິວັດລາວ ໃສ່ຊື່ວ່າ : ໂຮງຮຽນວັດ ທະນະທຳກອງທັບ ວຽງໄຊ ຄຳ ວ່າ: (ວຽງໄຊ ) ແມ່ນຊື່ລັບຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດແມ່ນວີ ລະບູລຸດຜູ້ຍິ່ງໃຫຍ່ຂອງຊາດ ລາວ ທັງເປັນຜູ້ສ້າງຕັ້ງ ແລະ ບັນ ຊາໂດຍກົງກອງທັບລາວອິດສະ ຫຼະ (ກອງລາດຊະວົງ) ຫຼື ກອງ ທັບປົດປ່ອຍປະຊາຊົນລາວ ໃນ ເມື່ອກ່ອນ ແລະ ປັດຈຸບັນ ແມ່ນ ກອງທັບປະຊາຊົນລາວ. ໃນໄລ ຍະນີ້ ໂຮງຮຽນປະຕິບັດ 3 ພາ ລະບົດບາດ ຄື: 1. ສືບຕໍ່ກໍ່ສ້າງ ກຳລັງໃຫ້ກອງທັບ, ການສິດສອນ ຮໍ່າຮຽນວັດທະນະທຳ; 2. ເປັນ ກຳລັງສຳຮອງ ທັງປົກປັກຮັກສາ ຖານທີ່ໝັ້ນຂອງການປະຕິວັດ; 3. ສຶກສາອົບຮົມນາຍທະຫານ, ນາຍຕຳຫຼວດຝ່າຍຂວາວຽງຈັນ. ມາຮອດວັນທີ 26 ມີນາ 1988 ກະຊວງປ້ອງກັນປະເທດ ໄດ້ຍົກ ຍ້າຍໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ມາຕັ້ງຢູ່ເມືອງ ບາຈຽງຈະເລີນສຸກ ແຂວງຈຳ ປາສັກ ຈົນເຖິງປັດຈຸບັນນີ້. ໂດຍ ປະຕິບັດ 2 ພາລະບົດບາດ ຄື:1. ສືບຕໍ່ກໍ່ສ້າງພະນັກງານຮຸ່ນສືບ ທອດໃຫ້ແກ່ກອງທັບຄື: ໂຄງ ການສິດສອນລະບົບສາມັນ, ລະ ບົບບຳລຸງ, ລະບົບກໍ່ສ້າງນາຍສິບ ແລະ ລະບົບວິທະຍາໄລ ວິທະຍາ ສາດພື້ນຖານ, ລະບົບກໍ່ສ້າງເລັ່ງ ລັດບັນຊາຂັ້ນໝວດ, ກອງຮ້ອຍ; 2. ເປັນກຳລັງກຽມພ້ອມສູ້ຮົບ ກັບທີ່ ແລະ ເປັນກຳລັງສຳຮອງ ສູ້ຮົບ ເມື່ອຂັ້ນເທິງມີຄວາມຕ້ອງ ການ. ສະຫາຍ ພັນເອກ ພູເວີນ ວົງ ຄຳຊາວ ຫົວໜ້າການເມືອງໂຮງ ຮຽນກໍ່ສ້າງນາຍສິບ ເລກ 2 ວຽງ ໄຊ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 59 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳ ພາໂດຍກົງຮອບດ້ານຈາກຄະນະ ນຳກະຊວງປ້ອງກັນປະເທດ, ຄະ ນະພັກ-ຄະນະອຳນວຍການ ໂຮງ ຮຽນ ໄດ້ເຊື່ອມຊຶມກຳແໜ້ນໜ້າທີ່ການເມືອງຂອງຕົນ ແລະ ໄດ້ ຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ ເຂົ້າໃນວຽກງານສຶກສາອົບຮົມ ການເມືອງ-ແນວຄິດ, ວຽກງານ ປັບປຸງລະບຽບແບບແຜນຂອງ ກອງທັບ, ວຽກງານກຽມພ້ອມສູ້ ຮົບ ແລະ ສູ້ຮົບມີໄຊ, ວຽກງານກໍ່ ສ້າງຮາກຖານກົມກອງ ແລະ ຮາກຖານປະຊາຊົນ, ວຽກງານ ປັບປຸງໂຄງຮ່າງພື້ນຖານ ແລະ ແກ້ໄຂຊີວິດການເປັນຢູ່ຂອງກົມ ກອງ. ພິເສດ ໂຮງຮຽນໄດ້ເອົາ ໃຈໃສ່ໃນການສິດສອນຢ່າງຕັ້ງ ໜ້າເຮັດໃຫ້ນັກຮຽນ, ນັກສຶກສາ ຫຼາຍສະຫາຍຮຽນດີ-ຮຽນເກັ່ງ ເສັງໄດ້ລະດັບຊາດ, ລະດັບ ແຂວງ. ໃນໄລຍະຜ່ານມາ ໂຮງ ຮຽນໄດ້ກໍ່ສ້າງພະນັກງານ, ນັກ ຮຽນ, ນັກສຶກສາ ຈົບຈາກສະຖາ ບັນນີ້ 50.000 ກວ່າສະຫາຍ. ບັນດາສະຫາຍເຫຼົ່ານັ້ນໄດ້ກາຍ ເປັນພະນັກງານການນຳຂັ້ນ ຕ່າງໆ ຂອງພັກ-ລັດ ນັບແຕ່ຂັ້ນ ສູນກາງລົງຮອດທ້ອງຖິ່ນ. ຜົນ ສຳເລັດດັ່ງກາ່ວນັ້ນ ແມ່ນຍ້ອນ ຄວາມໃກ້ຊິດຕິດແທດຊີ້ນຳ-ນຳພາໂດຍກົງຮອບດ້ານຂອງຄະ ນະນຳກະຊວງປ້ອງກັນປະເທດ, ຍ້ອນຄະນະພັກ-ຄະນະອຳນວຍ ການໂຮງຮຽນ, ຄະນະບັນຊາແຕ່ ລະຂັ້ນ, ພະນັກງານ, ຄູ-ອາຈານ, ນັກຮຽນ, ນັກສຶກສາ, ບຸກຄະກອນ ຮັບໃຊ້ທຸກສະຫາຍໄດ້ມີຄວາມຕື່ນ ຕົວຫ້າວຫັນ ປະຕິບັດໜ້າທີ່ຂອງ ຕົນຢ່າງຕັ້ງໜ້າ, ມີຄວາມອົດທົນ ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ເປັນເຈົ້າການປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມ ງວດ. ຍ້ອນໄດ້ຮັບການອູ້ມຊູຊ່ວຍ ເຫຼືອທາງດ້ານວັດຖຸຈິດ-ໃຈຈາກ ອຳນາດການປົກຄອງ, ຈາກກົມ ກອງເພື່ອນມິດ, ຈາກກອງບັນ ຊາການທະຫານ ເຂດ 5 ແລະ ໂຮງຮຽນການທະຫານ ເຂດ 5 ສສ ຫວຽດນາມ, ຈາກອະດີດນັກ ຮຽນ, ນັກສຶກສາ ແລະ ບໍລິສັດ ຫ້າງຮ້ານຕ່າງໆ ນັບທັງບຸກຄົນ, ນິຕິບຸກຄົນ. ຈາກຜົນງານທີ່ຍາດ ມາໄດ້ນັ້ນ ໂຮງຮຽນໄດ້ຮັບການ ຍ້ອງຍໍຈາກພັກ-ລັດ ດັ່ງນີ້: 1. ຫຼຽນໄຊຊະນະເລີດ ຊັ້ນ II 1 ໜ່ວຍ, 2. ຫຼຽນໄຊອິດສະຫຼະ ຊັ້ນ II 1 ໜ່ວຍ, 3. ຫຼຽນໄຊອິດສະຫຼະ ຊັ້ນ III 1 ໜ່ວຍ, 4. ຫຼຽນໄຊແຮງງານ ຊັ້ນ III 1 ໜ່ວຍ, 5. ຫຼຽນໄຊເອກະລາດ ຊັ້ນ III 1 ໜ່ວຍ (ຈາກ ສສ ຫວຽດນາມ ), 6. ຫຼຽນໄຊພິລະອາດຫານ ຊັ້ນ II 1 ໜ່ວຍ. ເຖິງວ່າ ໂຮງຮຽນໄດ້ຮັບການ ປັບປຸງພັດທະນາຂຶ້ນຫຼາຍດ້ານ ແຕ່ເມື່ອທຽບໃສ່ຄວາມຮຽກ ຮ້ອງຕ້ອງການຂອງການກໍ່ສ້າງ ກອງທັບປະຕິວັດທີ່ມີແບບແຜນ ທັນສະໄໝ ເພື່ອຮັບປະກັນການ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາໝາກຜົນຂອງ ການປະຕິວັດ ກໍຄື ປະເທດຊາດ ແລະ ການສ້າງສາພັດທະນາປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງ ກ້າວໜ້ານັ້ນ ຄະນະພັກ-ຄະນະອຳ ນວຍການຈະໄດ້ເອົາໃຈໃສ່ໃນ ການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຊື່ອມຊຶມ ກຳແໜ້ນຢ່າງເລິກ ເຊິ່ງ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ມະຕິຄຳສັ່ງ, ຂໍ້ກຳນົດ ກົດລະ ບຽບ, ກົດໝາຍຕ່າງໆ, ຂອງພັກ-ລັດ, ຂອງກອງທັບ. ດ້ານການກໍ່ສ້າງກຳລັງ: ຕ້ອງເອົາຄຸນນະພາບເປັນກົກ, ສະ ມາຊິກພັກ, ພະນັກງານ-ນັກຮົບ ຕ້ອງຍົກສູງຄຸນທາດການເມືອງ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ປະຊາຊົນ ມີທັດສະນະການ ເມືອງໜັກແໜ້ນ, ຈຳແນກມິດ, ສັດຕູ ໄດ້ຢ່າງຈະແຈ້ງ, ດຸໝັ່ນຊອກ ຮູ້ຮໍ່າຮຽນ ຍົກສູງຄວາມຮູ້ ຄວາມ ສາມາດຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ ຢ່າງຕັ້ງໜ້າໃນການອົບຮົມ-ຫັດ ແອບ, ສິດສອນຮໍ່າຮຽນ ໃຫ້ມີຄຸນ ນະພາບ ຕິດພັນກັບຂະບວນການ ກໍ່ສ້າງກອງ 3 ປອດ, ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງນັກຮົບວັດທະນະທຳ, ກົມ ກອງວັດທະນະທຳ ຕິດພັນກັບຂະ ບວນການຮັກຊາດ ແລະ ພັດທະ ນາ. ດ້ານພະລາທິການ: ສືບຕໍ່ ປົກປັກຮັກສາອາຄານສະຖານທີ່ ໃຫ້ສະອາດຈົບງາມ ແລະ ນຳສະ ເໜີຂັ້ນເທິງພິຈາລະນາກໍ່ສ້າງ ໂຄງລ່າງພື້ນຖານທີ່ຈຳເປັນຈຳ ນວນໜຶ່ງຊ່ວຍໂຮງຮຽນ. ວຽກແກ້ໄຂຊີວິດການເປັນຢູ່: ຈະໄດ້ສຸມໃສ່ນຳໃຊ້ທຸກຄວາມອາດສາມາດບົ່ມຊ້ອນຂອງກົມ ກອງ ດ້ວຍການເພິ່ງຕົນເອງ, ກຸ້ມ ຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງໃຫ້ຫຼາຍຂຶ້ນ ບວກ ກັບການສະໜອງຈາກຂັ້ນເທິງ ແລະ ການຍາດແຍ່ງຈາກພາຍ ນອກໃຫ້ຫຼາຍຂຶ້ນ. ວຽກງານການພົວພັນຕ່າງປະ ເທດ: ສືບຕໍ່ພົວພັນກັບໂຮງຮຽນ ການທະຫານ ເຂດ 5 ແລະ ກອງ ບັນຊາການທະຫານ ເຂດ 5 ສສ ຫວຽດນາມ ເພື່ອຍາດແຍ່ງເອົາ ບົດຮຽນ ແລະ ການສະໜັບສະ ໜູນໃຫ້ຫຼາຍຂຶ້ນ. ສະຫາຍ ຫົວໜ້າການເມືອງ ຍັງໃຫ້ຮູ້ຕື່ມອີກວ່າ: ເນື່ອງໃນ ໂອກາດວັນສ້າງຕັ້ງໂຮງຮຽນກໍ່ ສ້າງນາຍສິບ ເລກ 2 ວຽງໄຊ ຄົບ ຮອບ 59 ປີ ນີ້, ຕາງໜ້າຄະນະ ພັກ-ຄະນະອຳນວຍການ, ນາຍ ແລະ ພົນທະຫານໃນທົ່ວໂຮງ ຮຽນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງການນຳພັກ- ລັດ ໂດຍສະເພາະຄະນະນຳກະ ຊວງປ້ອງກັນປະເທດ ເຊິ່ງຍາມ ໃດກໍໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ ຊິດ ແລະ ຂໍຖືໂອກາດທີ່ສະຫງ່າ ລາສີນີ້ ອວຍພອນແດ່ການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນ ປະເທດ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມທີ່ສົມບູນ ສືບຕໍ່ ຊີ້ນຳ-ນຳພາປະເທດຊາດ ກໍຄື ກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມ ແຂງຕາມແບບແຜນທີ່ທັນສະໄໝ ຂຶ້ນເປັນກ້າວໆ. ໂດຍ:​ ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ