ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປຶກສາຫາລືກ່ຽວກັບໂຄງການກໍ່ສ້າງ ອະນຸສອນສະຖານ ກອງໄຊຈັກກະພັດ
ເວລາອອກຂ່າວ: 2021-11-24 10:16:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 294 | ຄວາມນິຍົມ:



ວັນທີ 22 ພະຈິກ 2021 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນ ປະເທດ ໄດ້ຈັດກອງປະຊຸມປຶກ ສາຫາລືກ່ຽວກັບໂຄງການກໍ່ສ້າງ ອະນຸສອນສະຖານ ກອງໄຊຈັກ ກະພັດຢູ່ເມືອງໂພນທອງ ແຂວງ ຈຳປາສັກ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວຽງ ໄຊ ສົມວິຈິດ ຫົວໜ້າກົມວິທະຍາ ສາດ-ປະຫວັດສາດ ການທະ ຫານ,ກົມກວດກາ,ກົມເສດຖະ ກິດ, ກົມການເງິນ, ບໍລິສັດດວງ ຈັນ ຮຸ່ງເຮືອງ ແລະ ວິຊາການ ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສຸກ ສັນ ຄ້າຍພົມ ຮອງຫົວໜ້າຫ້ອງ ການ ໄດ້ລາຍງານກ່ຽວກັບໂຄງ ການກໍ່ສ້າງອະນຸສອນສະຖານກອງໄຊຈັກກະພັດຢູ່ເຂດ ເມືອງ ໂພນທອງ ແຂວງຈຳປາສັກ ເຊິ່ງໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ ໃຫ້ບໍລິສັດ ດຳເນີນການກໍ່ສ້າງ ຕາມແຜນທີ່ໄດ້ກຳນົດໄວ້ ຜ່ານ ການດຳເນີນໂຄງການກໍ່ສ້າງ ເປັນເວລາ 4 ເດືອນ ທາງວິຊາ ການໄດ້ ສົມທົບກັບກອງບັນຊາ ການທະຫານແຂວງຈຳປາສັກ ປກຊ, ປກສ ແຂວງ, ກົມວິທະ ຍາສາດ-ປະຫວັດສາດ ການທະ ຫານ ໄດ້ແຕ່ງຕັ້ງວິຊາການສົມ ທົບກັບແຂວງຈຳປາສັກ ຕິດຕາມ ສະຖານທີ່ ທີ່ຈະກໍ່ສ້າງ 4 ຄັ້ງ: ຄັ້ງທີ 1 ໄດ້ແນະນຳບໍລິສັດໄປ ເບິ່ງສະຖານທີ່ຕົວຈິງ, ຄັ້ງທີ 2 ນຳເອົາແຈ້ງການ ການລົງ ທຶນກໍ່ສ້າງ ແລະ ແຈ້ງການຂອງ ກະຊວງປ້ອງກັນປະເທດກ່ຽວ ກັບໂຄງການດັ່ງກ່າວ, ຄັ້ງທີ 3 ລົງປະຊຸມປຶກສາຫາລືເອກະ ພາບກ່ຽວກັບຈຸດທີ່ຕັ້ງຂອງ ໂຄງການ ແລະ ການໄກ່ເກ່ຍຜົນ ກະທົບດ້ານການກໍ່ສ້າງເສັ້ນທາງ ເຂົ້າບ້ານຂອງປະຊາຊົນ, ຄັ້ງ ທີ 4 ລົງກວດກາດ້ານເຕັກນິກ ການກໍ່ສ້າງຕົວຈິງທີ່ໄດ້ຈັດຕັ້ງ ປະຕິບັດ ວຽກງານດັ່ງກ່າວ. ຜ່ານການ ກວດກາຕົວຈິງນັບ ຕັ້ງແຕ່ມື້ເຊັນສັນຍາເຫັນວ່າບໍ ລິສັດໄດ້ເອົາໃຈໃສ່ລົງມືປະຕິ ບັດຢ່າງຕັ້ງໜ້າຕາມວຽກທີ່ໄດ້ ກຳນົດ ທາງດ້ານເຕັກນິກກໍ່ສ້າງ. ທ່ານ ດວງສະໝອນ ດວງມະນີ ຈັນ ອຳນວຍການບໍລິສັດ ດວງ ຈັນຮຸ່ງເຮືອງ ຈຳກັດຜູ້ ດຽວໄດ້ ລາຍງານຄວາມຄືບໜ້າໂຄງ ການດັ່ງກ່າວຄື: ໄດ້ເຈາະນ້ຳບາ ດານ, ກໍ່ສ້າງຕາຂ່າຍໄຟຟ້າ, ບຸກ ເບີກພື້ນທີ່ ແລະ ບັນດາໜ້າວຽກ ຕ່າງໆໃຫ້ແລ້ວຕາມກຳນົດເວ ລາທີ່ວາງໄວ້. ໂດຍ: ວົງວິໄລ ບຸນລືໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ