ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດ ມິດຕະພາບ 206 ສສ ຫວຽດນາມ ມອບເຄື່ອງຊວ່ຍເຫຼືອໃຫ້ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2021-11-24 10:14:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 459 | ຄວາມນິຍົມ:



ໃນວັນທີ 23 ພະຈິກ 2021 ນີ້, ສະຫາຍ ໂງແມັງຮຸງ ອຳນວຍ ການບໍລິສັດ 206 ສສ ຫວຽດ ນາມ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ໃນການຕ້ານ, ສະກັດກັ້ນພະຍາດ ໂຄວິດ-19 ມາມອບໃຫ້ໂຮງຮຽນ ກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຊິ່ງກ່າວຮັບໂດຍ ສະຫາຍ ພັນ ເອກ ພູເວີນ ວົງຄຳຊາວ ຫົວໜ້າ ການເມືອງໂຮງຮຽນກໍ່ສ້າງນາຍ ສິບເລກ 2 ວຽງໄຊ ພ້ອມດ້ວຍ ຄະນະ, ຕະຫຼອດຮອດພະນັກ ງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ສະຫາຍອຳນວຍ ການ ບໍລິສັດ 206 ສສ ຫວຽດ ນາມ ຍັງໄດ້ສະແດງຄວາມ ເປັນຫ່ວງເປັນໃຍມາຍັງຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ນັກຮຽນ ໃນທົ່ວໂຮງ ຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໃນສະພາບການຄວບ ຄຸມ, ຕ້ານ ແລະ ສະກັດກັ້ນການ ລະບາດຂອງພະຍາດໂຄວິດ-19 ພ້ອມນີ້ຕ້ອງພ້ອມກັນສືບຕໍ່ຮັດ ແໜ້ນ ຄວາມສາມັກຄີ ຮັກແພງ ລະຫວ່າງສອງຊາດ, ສອງກອງ ທັບ ເວົ້າລວມ, ເວົ້າສະເພາະ ລະ ຫວ່າງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ກັບ ບໍລິສັດ 206 ສສ ຫວຽດນາມ ໃຫ້ໝັ້ນຄົງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ເຄື່ຶອງທີ່ ນຳມາມອບໃນຄັ້ງນີ້ມີ: ຜ້າປິດ ປາກ-ດັງ ຈຳນວນ 20.000 ອັນ, ຢາຂ້າເຊື້ອ 150 ກິໂລກຣາມ, ເຈວລ້າງມື 300 ຂວດ, ຊຸດ PD 500 ຊຸດ,ຊົບມືການແພດ 2.500 ຄູ່, ໜ້າກາກ 500 ອັນ .ລວມມູນຄ່າ 140.726.050 ດົງ (ສະກຸນເງິນຫວຽດນາມ). ຈາກນັ້ນ, ສະຫາຍ ພັນເອກ ພູເວີນ ວົງຄຳຊາວ ກໍໄດ້ສະແດງ ຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ບໍລິສັດ ມິດຕະພາບ 206 ສສ ຫວຽດນາມ ກັບ ໂຮງຮຽນກໍ່ສ້າງ ນາຍສິບ ເລກ 2 ວຽງໄຊ ເຊິ່ງ ຍາມໃດກໍໃຫ້ການຮ່ວມມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ພ້ອມນີ້ ສະຫາຍຍັງໄດ້ອວຍພອນ ໃຫ້ສາຍພົວພັນການຮ່ວມມືອັນ ພິເສດລະຫວ່າງ 2 ຊາດ ລາວ-ຫວຽດນາມ,ຫວຽມນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນສືບຕໍ່ຮັກ ສາມູນເຊື້ອອັນດີງາມຂອງ 2 ຊາດນີ້ໄວ້ໃຫ້ຍືນຍົງຕະຫຼອດໄປ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ