ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກເສນາທິການ ກອງພັນໃຫຍ່ 101 ປຸກສ້າງເຮືອນນອນຢູ່ຄັງສັດສໍາເລັດ 100%
ເວລາອອກຂ່າວ: 2021-11-23 11:23:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1164 | ຄວາມນິຍົມ:



ໂດຍປະຕິບັດຕາມທິດຊີ້ນໍາ ຂອງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 101 ກອງພົນທີ 1 ເພື່ອປຸກສ້າງ ເຮືອນນອນຢູ່ຄັງສັດ ພະແນກເສນາທິການກອງພັນ ໃຫຍ່ 101 ໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ຕົ້ນເດືອນກັນຍາ 2021 ມາຮອດ ປັດຈຸບັນໄດ້ສໍາເລັດແລ້ວ 100%. ສະຫາຍ ພັນຕີ ບຸນນອງ ພູມໄຊຍະສີ ຫົວໜ້າຂະແໜງລົດ ຫຸ້ມເກາະ ພະແນກເສນາທິການ ຜູ້ຊີ້ນຳການກໍ່ສ້າງໃຫ້ຮູ້ວ່າ: ການ ກໍ່ສ້າງເຮືອນນອນຢູ່ຄັງສັດໃນ ຄັ້ງນີ້ ກົມກອງຂອງພວກເຮົາ ແມ່ນໄດ້ເລີ່ມກໍ່ສ້າງນັບແຕ່ຕົ້ນ ເດືອນກັນຍາ 2021 ມາຮອດ ປັດຈຸບັນສຳເລັດ100%, ໂດຍ ປະກອບມີ ເຮືອນນອນ, ເຮືອນ ຄົວ ແລະ ຫໍຂ່າວ. ເຊິ່ງມີຂະ ໜາດ 4x12 ແມັດ, ໂຄງຮ່າງ ຫຼັງຄາເຮັດດ້ວຍໄມ້, ມຸງດ້ວຍ ແຜ່ນສັງກະສີ, ຝາກໍ່ດ້ວຍດິນ ບ໋ອກ, ໂບກດ້ວຍຊີມັງ, ເທພື້ນ ດ້ວຍຊີມັງເສີມເຫຼັກ ເຊິ່ງນຳ ໃຊ້ທຶນຮອນໃນການກໍ່ສ້າງ ທັງ ໝົດ 26.250.000 ກີບ. ທຶນສົມ ທົບຈາກຂັ້ນເທິງ, ກົມກອງ ແລະ ບັນດາບໍລິສັດຫ້າງຮ້ານຈຳນວນ ໜຶ່ງ. ສຳລັບແຮງງານແມ່ນນຳ ໃຊ້ພະນັກງານ-ນັກຮົບພາຍໃນ ກົມກອງຂອງຕົນເອງທັງໝົດ. ທັງນີ້ເພື່ອເປັນການປັບປຸງກໍ່ ສ້າງກົມກອງໃຫ້ມີຄວາມແໜ້ນ ໜາຖາວອນ ເພື່ອສະດວກໃນ ການປູກຝັງ ແລະ ລ້ຽງສັດ ໃນ ນັ້ນ ມີງົວ 20 ກວ່າໂຕ, ແບ້ 15 ໂຕ ແລະ ສັດປີກອີກຈຳນວນໜຶ່ງ. ໂດຍ: ສິນໄຊ ເພັດລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ