ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງນໍ້າບາກ ປະກາດຮັບຮອງເອົາ 7 ບ້ານ ກຸ່ມປາກມອງເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2021-11-23 10:59:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 919 | ຄວາມນິຍົມ:



ພິທີປະກາດຮັບຮອງເອົາ 7 ບ້ານກຸ່ມປາກມອງເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຂອງກອງບັນຊາການທະຫານ ເມືອງນໍ້າບາກ ແຂວງຫຼວງພະ ບາງ ໄດ້ຈັດຂຶ້ນໃນວັນທີ 17 ພະ ຈິກ 2021 ນີ້, ທີ່ສະໂມສອນ ຂອງບ້ານປາກມອງ, ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ນິນລະພົບ ຈັນທະວີສຸກ ຫົວໜ້າການທະຫານ ກອງບັນ ຊາການທະຫານເມືອງນໍ້າບາກ, ມີຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານເມືອງ, ແຂກ ຖືກເຊີນ, ນາຍບ້ານ 7 ບ້ານ ຕະ ຫຼອດຮອດປະຊາຊົນພາຍໃນກຸ່ມ ບ້ານເຂົ້າຮ່ວມ. ສະຫາຍ ຄໍາມັງ ປັນຍາສິດ ນາຍບ້ານໆ ປາກມອງ ເມືອງນໍ້າ ບາກ ແຂວງຫຼວງພະບາງ ໄດ້ ຜ່ານບົດສະຫຼຸບລາຍງານການ ລົງປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ ປະຈໍາປີ 2021 ແລະ ທິດ ທາງແຜນການ ປີ 2022 ຂອງ 7 ບ້ານ ກຸ່ມປາກມອງ ເຊິ່ງໃຫ້ຮູ້ວ່າ: ໂດຍປະຕິບັດຕາມດໍາລັດນາຍົກ ລັດຖະມົນຕີ ສະບັບເລກທີ 292 ວ່າດ້ວຍການສຶກສາອົບ ຮົມ ວຽກງານປ້ອງກັນຊາດ- ປ້ອງ ກັນຄວາມສະຫົງບທົ່ວປວງ ຊົນ, ໃນນີ້, ກຸ່ມປາກມອງແມ່ນ ກຸ່ມໜຶ່ງທີ່ມີຊາຍແດນຕິດຈອດ ຄື. ທິດເໜືອ ແລະ ທິດຕາເວັນ ຕົກຕິດກັບກຸ່ມຊົ່ງຈ່າ, ທິດໃຕ້ ຕິດກັບກຸ່ມນໍ້າຖ້ວມ, ທິດຕາເວັນ ອອກຕິດກັບກຸ່ມເທສະບານເມືອງ 7 ບ້ານທີ່ໄດ້ຮັບຮອງ ເປັນຄອບ ຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງປະກອບມີ 3 ຊົນເຜົ່າຄື: ເຜົ່າລາວລຸ່ມ, ກຶມມຸ ແລະ ເຜົ່າມົ້ງ ທັງໝົດມີ 977 ຄອບຄົວ, ມີ ພົນລະເມືອງ 4.766 ຄົນ, ຍິງ 2.633 ຄົນ, ໃນນັ້ນ, ເຜົ່າລາວ ລຸ່ມມີ 187 ຄອບຄົວ, ມີພົນລະ ເມືອງ 1.156 ຄົນ ກວມເອົາ 18%, ເຜົ່າກຶມມຸມີ 742 ຄອບ ຄົວ, ມີພົນລະເມືອງ 3.560 ຄົນ, ຍິງ 1.988 ຄົນ, ກວມເອົາ 75%, ເຜົ່າມົ້ງມີ 22 ຄອບຄົວມີ ພົນລະເມືອງ 50 ຄົນ, ຍິງ 26 ຄົນ ກວມເອົາ 2,42%. ການຈັດ ຕັ້ງບ້ານປະກອບມີກອງຫຼອນ- ປ້ອງກັນ, ຊາວໜຸ່ມ-ແມ່ຍິງ, 7 ບ້ານທີ່ຂຶ້ນກັບກຸ່ມປາກມອງ ເມືອງນໍ້າບາກ ແຂວງຫຼວງພະ ບາງ ໄດ້ກາຍເປັນບ້ານວັດທະ ນະທໍາ, ບ້ານ 3 ສະອາດ, ບ້ານພັດ ທະນາ, ບ້ານປອດຄະດີ ແລະ ເປັນບ້ານໜັກແໜ້ນ ເຂັ້ມແຂງ, ທົ່ວກຸ່ມມີໂຮງຮຽນປະຖົມສົມ ບູນ ແລະ ໂຮງຮຽນມັດທະຍົມ ຕອນຕົ້ນ, ຕອນປາຍ ເຊິ່ງມີເດັກ ນ້ອຍເກນອາຍຸໄດ້ເຂົ້າຮຽນ 98%, ມີນໍ້າລິນ, ໄຟຟ້າໃຫ້ປະ ຊາຊົນໄດ້ຊົມໃຊ້ຢ່າງພຽງພໍ ປະ ຊາຊົນສ່ວນຫຼາຍຢູ່ໃນກຸ່ມດັ່ງ ກ່າວໄດ້ຖືເອົາການປູກຝັງ- ລ້ຽງ ສັດ ແລະ ການບໍລິການຄ້າ ຂາຍ ເປັນອາຊີບຕົ້ນຕໍ, ຜ່ານການລົງ ສາມາດຕີລາຄາຜົນປະເມີນໄດ້ ຄອບຄົວ ແລະ ບ້ານປ້ອງກັນ ຊາເຂັ້ມແຂງມີບ້ານປາກມອງ, ບ້ານວັງຄໍາ, ບ້ານກາງ, ບ້ານ ນາກອກ, ບ້ານວັງຫີນ, ບ້ານນໍ້າ ມອງ ແລະ ບ້ານກະເຈັດ. ໃນພິທີ, ສະຫາຍ ພັນໂທ ຄໍາ ມັງ ແສງມະນີ ຮອງຫົວໜ້າການ ເມືອງ ກອງບັນຊາການທະຫານ ເມືອງນໍ້າບາກໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງໆຫຼວງພະ ບາງ ເລກທີ 351 ວ່າດ້ວຍການ ຮັບຮອງເອົາ 53 ບ້ານທີ່ຂຶ້ນກັບ ເມືອງນໍ້າບາກເປັນບ້ານປ້ອງ ກັນຊາດເຂັ້ມແຂງ ແລະ ໄດ້ມອບ ໃບຢັ້ງຍືນການສ້າງຄອບຄົວ ແລະ ບ້ານ ປ້ອງກັນຊາດເຂັ້ມແຂງໃຫ້ 7 ບ້ານກຸ່ມປາກມອງເມືອງນໍ້າບາກ ຢ່າງສົມກຽດ. ຂໍ້ມູນ: ສຸລິວັນ ຕິ່ງພູທອງ ຮຽບຮຽງ: ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ