ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 1.073 ກໍລະນີ
ເວລາອອກຂ່າວ: 2021-11-17 11:50:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 475 | ຄວາມນິຍົມ:



ອີງຕາມ ການຖະແຫລງ ຂອງ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄການລະບາດພະຍາດໂຄວິດ-19 ໃນວັນທີ 17 ພະຈິກ 2021 ວ່າ: ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 16 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5.461 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1.073 ຄົນ (ຕິດເຊື້ອພາຍໃນ ມີ 1.072 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).   ສຳລັບຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 1.072 ຄົນ ຈາກ 18 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້: 1. ນະຄອນຫຼວງ 534 ຄົນ: ມາຈາກ 191 ບ້ານ ໃນ 9 ເມືອງ • ເມືອງຈັນທະບູລີ ມີ 16 ບ້ານ (44 ຄົນ ) •  ເມືອງສີໂຄດຕະບອງ ມີ 28 ບ້ານ (72 ຄົນ ) • ເມືອງໄຊເສດຖາ ມີ 38 ບ້ານ (108 ຄົນ ) • ເມືອງສີສັດຕະນາກມີ 20 ບ້ານ (61 ຄົນ ) • ເມືອງ ນາຊາຍທອງ ມີ 16 ບ້ານ (40 ຄົນ ) • ເມືອງໄຊທານີ ມີ 32 ບ້ານ (97 ຄົນ ) • ເມືອງຫາດຊາຍຟອງ ມີ 27 ບ້ານ (64 ຄົນ ) • ເມືອງ ສັງທອງ ມີ 04 ບ້ານ (08 ຄົນ ) • ເມືອງປາກງື່ມ ມີ 08 ບ້ານ ( 37 ຄົນ ) • ຍັງສືບຕໍ່ເອົາຂໍ້ມູນ 03 ຄົນ 2. ຫຼວງພະບາງ ມີ 112 ຄົນ ໃນ 36 ບ້ານ ແລະ 9 ເມືອງ 3. ແຂວງວຽງຈັນ ມີ 106 ຄົນ ໃນ 31 ບ້ານ ແລະ 7 ເມືອງ 4. ຫຼວງນ້ຳທາ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ 5. ຜົ້ງສາລີ ມີ 38 ຄົນ ໃນ 9 ບ້ານ ແລະ 2 ເມືອງ 6. ຈຳປາສັກ ມີ 71 ຄົນ ໃນ 32 ບ້ານ ແລະ 8 ເມືອງ 7. ອຸດົມໄຊ ມີ 41 ຄົນ ໃນ 2 ບ້ານ ແລະ 1 ເມືອງ 8. ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ 9. ບໍລິຄຳໄຊ ມີ 20 ຄົນ ໃນ 9 ບ້ານ ແລະ 3 ເມືອງ 10. ຄຳມ່ວນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ 11. ສະຫວັນນະເຂດ ມີ 8 ຄົນ ໃນ 7 ບ້ານ ແລະ 1 ເມືອງ 12. ບໍ່ແກ້ວ ມີ 66 ຄົນ ໃນ 20 ບ້ານ ແລະ 2 ເມືອງ 13. ສາລະວັນ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ 14. ຫົວພັນ ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ 15. ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ 16. ໄຊຍະບູລີ ມີ 37 ຄົນ ໃນ 15 ບ້ານ ແລະ 1 ເມືອງ 17. ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ 18. ໄຊສົມບູນ ມີ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກ ສະຫວັນນະເຂດ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້. ມາຮອດວັນທີ 17 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 57.397 ຄົນ, ເສຍຊີວິດສະສົມ 112 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 717 ຄົນ, ກໍາລັງປິ່ນປົວ 10,691 ຄົນ. ❖ ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້: ຜູ້ທີ 1: ເພດຍິງ, ອາຍຸ 40 ປີ, ບ້ານໂພນຄໍ້, ເມືອງໄຊທານີ, ນະຄອນຫລວງ - ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ - ຜ່ານມາຍັງບໍ່ໄດ້ສັກວັກຊີນກັນໂຄວິດ-19 - ວັນທີ 11 ພະຈິກ 2021: ມາຮອດໂຮງໝໍດ້ວຍອາການອິດເມື່ອຍ, ຫາຍໃຈຝືດ ແລະ ໄດ້ເກັບ  ຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ເຂົ້ານອນປິ່ນປົວຢູ່  ໂຮງຫມໍມິດຕະພາບ - ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11-16 ພະຈິກ 2021, ເປັນເວລາ 06 ວັນ - ຮອດເວລາ 07:25 ໂມງ ຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ ຜູ້ທີ 2: ເພດຊາຍ, ອາຍຸ 25 ປີ, ບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງ - ຜູ້ກ່ຽວເປັນຄົນຕຸ້ຍ ນໍ້າໜັກ 110 ກິໂລ - ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19 - ວັນທີ 07 ພະຈິກ 2021: ຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລ້ວ ໄດ້ເຂົ້າປິ່ນປົວຢູ່ສູນ ມຊ ດົງໂດກ - ວັນທີ 15 ພະຈິກ 2021: ໄດ້ຍ້າຍຈາກສູນ ມຊ ດົງໂດກ ເຂົ້າມາປິ່ນປົວຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄອ   ແລະ ຫາຍໃຈຝຶດ - ມາຮອດເວລາ 13:45 ໂມງ ຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ   ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ