ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນຊ່າງແສງມອບເງິນອຸດໜູນໃຫ້ຄອບຄົວພະນັກງານທີ່ເສຍຊີວິດ
ເວລາອອກຂ່າວ: 2021-11-17 11:29:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 275 | ຄວາມນິຍົມ:



ວັນທີ 15 ພະຈິກ 2021ນີ້ ຢູ່ທີ່ຫ້ອງປະຊຸມໂຮງຮຽນຊ່າງແສງໄດ້ຈັດພິທີມອບເງິນ ອຸດໜູນ ໃຫ້ຄອບຄົວ ພະນັກງານທີ່ເສຍ ຊີວິດ ຂຶ້ນ ໂດຍການເປັນປະທານ ຂອງທ່ານ ພັນໂທ ອຸ່ນເຮືອນ ວິໄນຍາ ຮອງອຳນວຍການໂຮງຮຽນຊ່າງແສງ ຫົວໜ້າພະແນກການເມືອງ ມີບັນດາພະແນກການກອງພັນ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ພັດ ຄຳແສນ ນີຍະວົງ ຫົວໜ້າຂະແໜງປະກັນສັງຄົມ ໄດ້ຂຶ້ນອ່ານຄຳສັ່ງ ແນະນຳ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ ວ່າດ້ວຍການຄິດໄລ່ເງິນອຸດໜູນ ເສຍຊີວິດຂອງສະຫາຍ ພັນໂທ ພູເມືອງ ແກ້ວມະນີພອນ ເຊິ່ງເປັນ ຈໍານວນ ເງິນທັງໝົດ 104, 779,500 ກີບ ໂດຍ ກ່າວຮັບແມ່ນ ນາງ ດີ ແກ້ວມະນີພອນ ຕາງໜ້າໃຫ້ຄອບຄົວຍາດຕິ ພີ່ນ້ອງ ແລະ ໄດ້ສະແດງຄວາມຂອບອົກຂອບໃຈ ນໍາການຈັດຕັ້ງທຸກຂັ້ນທີ່ເບິ່ງແຍງດູແລຄອບຄົວຕົນດ້ວຍດີຕະຫລອດມາ ແລະ ສັນຍາວ່າຈະນຳໃຊ້ເງິນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດໃຫ້ແກ່ຄອບຄົວຂອງຕົນ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ອຸ່ນເຮືອນ ວິໄນຍາ ຮອງອຳນວຍການໂຮງຮຽນຊ່າງແສງ ຫົວໜ້າພະ ແນກການເມືອງ ໄດ້ຝາກຄວາມເຊື່ອໝັ້ນຕໍ່ຄອບຄົວຈົ່ງນຳເງິນ ຮ່ວງດັ່ງກ່າວນີ້ ໄປໃຊ້ ແກ້ໄຂ ຊີວິດຄອບຄົວໃຫ້ຖືກຕ້ອງແລະເປັນປະໂຫຍດ ແລະ ການຈັດຕັ້ງກໍ່ຈະສືບຕໍ່ໃຫ້ຄວາມຊ່ວຍເຫຼືອເບິ່ງແຍງຄອບຄົວຕາມແນວທາງຂອງພັກລັດ, ຂ່າວໂດຍ: ເຕີ້ຍ ລາດສະບຸດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ