ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງຮອງຫົວໜ້າກົມ ວສ-ປສ ການທະຫານ
ເວລາອອກຂ່າວ: 2021-11-17 10:50:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ:



ໃນວັນທີ 16 ພະຈິກປີ 2021 ນີ້ຢູ່ຫ້ອງປະຊຸມຊັ້ນ 3 ຂອງກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງຫົວໜ້າກົມ ວສ-ປສ ການທະຫານຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ,ມີສະຫາຍຫົວໜ້າກົມ,ຮອງຫົວໜ້າກົມ,ຫົວໜ້າພະແນກແລະອົງການຈັດຕັ້ງມະຫາຊົນກົມວິທະຍາສາດ-ປະຫວັດສາດການທະຫານເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 4725 /ກປທ ລົງວັນທີ 27/10/2021 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານໂດຍ ອິງຕາມ ກົດໝາຍນາຍທະຫານສະບັບປັບປຸງໃນພາກ II ໝວດ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອິງຕາມ ທິດທາງການປັບປຸງບູລະນະການຈັດຕັ້ງນຳພາບັນຊາໃນກຳລັງປະກອບອາວຸດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ ດັ່ງນັ້ນ ກະຊວງປ້ອງກັນປະເທດຈິງອອກຂໍ້ຕົກລົງແຕ່ງຕັ້ງໃນມາດຕາ 1 ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄຳໄຊ ສະນີແກ້ວ ຫົວໜ້າພະແນກ ວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມຂື້ນເປັນຮອງຫົວໜ້າກົມ. ໃນໂອກາດນີ້ , ສະຫາຍປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍທີ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ເຊິ່ງເປັນກຽດແລະສັກສີຄວາມໄວ້ເນື້ອເຊື່ອໃຈຂອງຄະນະພັກ-ຄະນະບັນຊາກົມ,ພະນັກງານນັກຮົບພາຍໃນກົມແລະຄວາມເຊື່ອໝັ້ນຈາກຂັ້ນເທິງດ້ວຍດີຕະຫຼອດມາ ,ສະຫາຍຍັງໄດ້ເນັ້ນໜັກຕື່ມບາງຈຸດຕໍ່ຜູ້ທີ່ໄດ້ຮັບໜ້າທີໃໝ່ຕ້ອງໄດ້ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຕໍ່ຂັ້ນເທິງທີ້ໄດ້ຮັບການມອບໝາຍ,ປັບປຸງແບບແຜນວິທີເຮັດວຽກຍົກສູງຫລັກການລວມສູນປະຊາທິປະໄຕເປັນໝູ່ຄະນະ,ພັດທະນາຕົນເອງ,ພັດທະນາຄອບຄົວໃຫ້ມີຄວາມຜາສຸກ,ເພີ່ມທະວີຄວາມສາມັກຄີພາຍໃນພາຍນອກໃຫ້ດີ,ພ້ອມກັນຕໍານິສົ່ງຂ່າວແລະຊ່ວຍເຫຼືອເຊິ່ງກັນແລະກັນພ້ອມກັນເຮັດສຳເລັດໜ້າທີ່ທີ່ພັກລັດແລະປະຊາຊົນມອບໝາຍໃຫ້,ເອົາໃຈໃສ່ພັດທະນາກອງທັບໂດຍສະເພາະພັດທະນາກົມກອງໃຫ້ດີຂື້ນເທື່ອລະກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ